ອາຊຽນ ເພີ່ມທະວີການຮ່ວມມືຫັນເປັນດີຈີຕອນ, ມຸ່ງໄປເຖິງອະນາຄົດພັດທະນາສີຂຽວ ແລະ ຍືນຍົງ

Hoang Hai
Chia sẻ
(VOVWORLD) -

ປະຈຸບັນ, ການຫັນເປັນດີຈີຕອນແມ່ນທ່າອ່ຽງຈຳເປັນ ແລະ ຈະສືບຕໍ່ສ້າງອະນາຄົດຂອງທຸກໆເຂດພາກໃນໂລກໃຫ້ເປັນຮູບປະທຳ, ນັບທັງ ອາຊຽນ. ໄລຍະມໍ່ໆມານີ້, ອາຊຽນ ໄດ້ ແລະ ພວມຍູ້ແຮງການຮ່ວມມືພາຍໃນກຸ່ມ ກໍ່ຄືກັນບັນດາຄູ່ຮ່ວມມືໃນບັນຫາຫັນປ່ຽນ ແລະ ເຊື່ອມໂຍງເຕັກນິກດີຈີຕອນ. ນີ້ກໍ່ແມ່ນຫົວຂໍ້ທີ່ໄດ້ຮັບຫຼາຍຄຳເຫັນປະກອບຂອງບັນດາການນຳ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ໂດຍສະຖາບັນການຕ່າງປະເທດ ຫວຽດນາມ ຈັດຂຶ້ນຢູ່ຮ່າໂນ້ຍ ຫວ່າງແລ້ວນີ້.

ອາຊຽນ ເພີ່ມທະວີການຮ່ວມມືຫັນເປັນດີຈີຕອນ, ມຸ່ງໄປເຖິງອະນາຄົດພັດທະນາສີຂຽວ ແລະ ຍືນຍົງ - ảnh 1ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ
(ພາບ: Hoang Hai)

        ຕາມບັນດາຄຳເຫັນທີ່ເວທີປາໄສແລ້ວ, ພື້ນຖານເສດຖະກິດເຕັກນິກດີຈີຕອນ ແນ່ນອນວ່າ ຈະກາຍເປັນປັດໄຈຊຸກຍູ້ການເຕີບໂຕຂອງພາກພື້ນ ອາຊຽນ. ລາຍຮັບເສດຖະກິດດີຈີຕອນໃນປີ 2023 ຂອງ ອາຊຽນ ຄາດວ່າບັນລຸ 100 ຕື້ໂດລາສະຫະລັດ, ເພີ່ມຂຶ້ນທົບ 8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ໄດ້ຄາດວ່າ ຈະບັນລຸກ່ວາ 1.000 ຕື້ໂດລາສະຫະລັດ ໃນປີ 2030. ໂດຍຮັບຮູ້ແຈ້ງກ່ຽວກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງເສດຖະກິດດີຈີຕອນ, ບັນດາປະເທດສະມາຊິກ ອາຊຽນ ລ້ວນແຕ່ສະຫງວນຫຼາຍບຸລິມະສິດ ແລະ ແຫຼ່ງກຳລັງໃຫ້ແກ່ການຊຸກຍູ້ຂົງເຂດນີ້. ສຳລັບ ຫວຽດນາມ, ຕາມທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ ແລ້ວ, ຫວຽດນາມ ພວມມຸ່ງໄປເຖິງຢຸດຕິການກະຈາຍຄື້ນສັນຍານໂທລະສັບລະບົບ 2G ໃນທົ່ວປະເທດໃນເດືອນ ກັນຍາ 2024. ໂທລະສັບມືຖືທັງໝົດຈະແມ່ນໂທລະສັບອັດສະລິຍະ (Smart Phone), ຊ່ວຍຍູ້ໄວວິວັດການຫັນເປັນດີຈີຕອນ. ຫວຽດນາມ ກໍ່ພວມປະຕິບັດບັນດາໂຄງການສາຍໄຍແກ້ວຢູ່ທະເລກັບຫຼາຍຄູ່ຮ່ວມມືໃນອາຊຽນ, ເພື່ອຮັບປະກັນລັກສະນະເຊື່ອມຕໍ່ພາຍໃນປະເທດ ແລະ ພາກພື້ນ. ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ຢັ້ງຢືນວ່າ:

        “ການພັດທະນາໄວແມ່ນການພັດທະນາດີຈີຕອນ, ພັດທະນາແບບຍືນຍົງ ແມ່ນການພັດທະນາສີຂຽວ. ການຫັນເປັນດີຈີຕອນ, ດີຈີຕອນ, ຫັນເປັນສີຂຽວຈະແມ່ນທ່າອ່ຽງຕົ້ນຕໍໃນທົດສະວັດຈະມາເຖິງ. ອະນາຄົດຂອງ ອາຊຽນ ແມ່ນອະນາຄົດດີຈີຕອນ, ພວກເຮົາຕ້ອງສ້າງລະບອບລະບຽບການເຕັກນິກດີຈີຕອນໃໝ່, ພື້ນຖານໂຄງລ່າງດີຈີຕອນໃໝ່ ແລະ ແຫຼ່ງຊັບພະຍາກອນມະນຸດດ້ານເຕັກນິກດີຈີຕອນໃໝ່. ການຫັນເປັນດີຈີຕອນແມ່ນການປະຕິວັດກ່ຽວກັບລະບອບລະບຽບການຫຼາຍກວ່າການປະຕິວັດກ່ຽວກັບເຕັກໂນໂລຊີ. ເລື່ອງຕັດສິນໃຈນຳໃຊ້ ແລະ ຄຸ້ມຄອງເຕັກໂນໂລຊີດີຈີຕອນຈະສວມບົດບາດແກ່ນສານໃນການສ້າງອະນາຄົດຂອງ ອາຊຽນ ເປັນຮູບປະທຳ”.

        ໄປຄຽງຄູ່ກັບການສ້າງລະບອບລະບຽບການ, ພື້ນຖານໂຄງລ່າງ, ເລື່ອງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານເຕັກນິກ, ແນະນຳທັກສະດີຈີຕອນໃຫ້ແກ່ປະຊາຊົນໃນພາກພື້ນກໍ່ແມ່ນບັນຫາເຊິ່ງບັນດາປະເທດ ອາຊຽນ ມີຄວາມເອົາໃຈໃສ່ພິເສດ. ມີຄຳເຫັນຕີລາຄາວ່າ ນີ້ແມ່ນສິ່ງທ້າທາຍໃຫຍ່, ຍ້ອນວ່າ ໃນຈຳນວນພົນລະເມືອງ ອາຊຽນ ເກືອບ 700 ລ້ານຄົນ, ມີປະມານ 50% ພວມດຳລົງຊີວິດຢູ່ເຂດຊົນນະບົດ ດ້ວຍເງື່ອນໄຂດ້ານວັດຖຸ, ພື້ນຖານໂຄງລ່າງບໍ່ທັນຕອບສະໜອງໄດ້, ໃນຂະນະນັ້ນ, ເຕັກໂນໂລຊີດີຈີຕອນ ຈະໄດ້ຮັບການເສີມຂະຫຍາຍສູງສຸດກໍ່ຕໍ່ເມື່ອມະນຸດມີທັກສະໃນຂົງເຂດດີຈີຕອນຢ່າງພຽງພໍ. ເມື່ອປະກອບຄຳເຫັນກ່ຽວກັບບັນຫານີ້, ທ່ານສາດສະດາຈານ Tetsuya Watanabe, ປະທານສະຖາບັນຄົ້ນຄ້ວາ ອາຊຽນ ແລະ ອາຊີຕາເວັນອອກ (ERIA), ຖືວ່າ:

“ກ່ຽວກັບການສຶກສາບຳລຸງສ້າງ, ເພື່ອເພີ່ມອັດຕາສ່ວນຂອງພົນລະເມືອງມີທັກສະດີຈີຕອນ, ກ່ອນອື່ນໝົດ, ພວກເຮົາຕ້ອງບຳລຸງສ້າງຖັນແຖວຄູອາຈານ. ພາກເອກະຊົນກໍ່ຄວນສວມບົດບາດໃຫຍ່ກວ່າ ໃນການບຳລຸງສ້າງ ຫຼື ປັບປຸງທັກສະຂອງຜູ້ອອກແຮງງານຄືນໃໝ່, ຮ່ວມສຳພັນກັບບັນດາມະຫາວິທະຍາໄລກ່ຽວກັບການສອນວິຊາຊີບ, ທັກສະດີຈີຕອນ. ນອກຈາກນັ້ນ, ເລື່ອງສ້າງລະບົບຂໍ້ມູນຂ່າວສານກ່ຽວກັບຕະຫຼາດແຮງງານກໍ່ສຳຄັນ, ເພື່ອຊ່ວຍໃຫ້ພວກເຮົາຮັບຮູ້ໄດ້ເຖິງຄວາມຕ້ອງການ, ທ່າອ່ຽງ. ອາຊຽນ ກໍ່ຄວນສ້າງຕັ້ງບັນດາມາດຖານ, ຄວາມເຂົ້າໃຈລວມທີ່ກ່ຽວຂ້ອງເຖິງວຽກເຮັດງານທຳ, ສ້າງຂອບເຂດເປັນເອກະພາບ. ສິ່ງດັ່ງກ່າວຈະສ້າງເງື່ອນໄຂໃຫ້ແກ່ການບຳລຸງສ້າງທັກສະດີຈີຕອນຂອງບັນດາປະເທດ ອາຊຽນ”.

ອາຊຽນ ເພີ່ມທະວີການຮ່ວມມືຫັນເປັນດີຈີຕອນ, ມຸ່ງໄປເຖິງອະນາຄົດພັດທະນາສີຂຽວ ແລະ ຍືນຍົງ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: Hoang Hai)

        ເພື່ອໃຫ້ ອາຊຽນ ສາມາດດຳເນີນການຫັນເປັນດີຈີຕອນ ແລະ ສ້າງອະນາຄົດດີຈີຕອນບັນລຸຜົນສຳເລັດ, ຫຼາຍຄຳເຫັນເນັ້ນໜັກເຖິງຄວາມສຳຄັນຂອງການໜູນຊ່ວຍ, ບັນດາບ້ວງເງິນລົງທຶນຈາກບັນດາຄູ່ຮ່ວມມືພັດທະນານອກພາກພື້ນ. ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນ ກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງພ້ອມກັບ ອາຊຽນ ໃນການປະຕິບັດບັນດາເປົ້າໝາຍພັດທະນາໄວ, ຍືນຍົງ ໂດຍອີງໃສ່ເຕັກໂນໂລຊີດີຈີຕອນ, ນະວັດຕະກຳ. ໃນສານວີດີໂອ ຝາກເຖິງເວທີປາໄສ, ທ່ານນາງ Oh Youngju, ລັດຖະມົນຕີກະຊວງວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ເລີ່ມທຸລະກິດ ສ ເກົາຫຼີ, ຢັ້ງຢືນວ່າ:

“ດ້ວຍຖານະເປັນຄູ່ຮ່ວມມືໃນສັງກາດການປະຕິວັດອຸດສາຫະກຳຄັ້ງທີ 4, ອາຊຽນ ແລະ ສ ເກົາຫຼີ ຕ້ອງມານະພະຍາຍາມສ້າງ ແລະ ຊຸກຍູ້ການພັດທະນາລະບົບຊີວະພາບ, ບ່ອນທີ່ບໍລິສັດເລີ່ມທຸລະກິດຂອງສອງຝ່າຍອາດຈະພັດທະນາໄດ້. ບັນດາເຕັກໂນໂລຊີຄື ປັນຍາປະດິດ (AI), ອິນເຕີເນັດ ສັບພະສິ່ງ (IoT) ແລະ ບັນດາແນວຄິດປ່ຽນໃໝ່ໂດຍອີງໃສ່ເຕັກໂນໂລຊີທີ່ກ້າວໜ້ານີ້ອາດຈະແມ່ນກຳລັງໜູນຕົ້ນຕໍ, ຊ່ວຍຍູ້ໄວບັນດາເປົ້າໝາຍພັດທະນາແບບຍືນຍົງ. ສ ເກົາຫຼີ ຍາມໃດກໍ່ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫຼໍ່ລ້ຽງບັນດາບໍລິສັດເລີ່ມທຸລະກິດກ່ຽວກັບເຕັກໂນໂລຊີພື້ນຖານ ແລະ ໜູນຊ່ວຍການມີໜ້າຂອງເຂົາເຈົ້າຢູ່ ອາຊຽນ”.

        ການຫັນປ່ຽນໃຫ້ແກ່ອະນາຄົດເຕັກໂນໂລຊີດີຈີຕອນ ແມ່ນສິ່ງສຳຄັນເພື່ອໜູນຊ່ວຍ ອາຊຽນ ໃນບັນດາຂົງເຂດນັບ: ການຄ້າ, ການລົງທຶນ, ການດຳເນີນທຸລະກິດ, ໂທລະຄົມ, ການຂົນສົ່ງ, ສື່ສານ… ຈາກນັ້ນ, ກໍ່ຊ່ວຍກຸ່ມນີ້ກາຍເປັນພາກພື້ນເສດຖະກິດທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີລັກສະນະແກ່ງແຍ້ງສູງ. ບັນດາຄຳເຫັນທີ່ໄດ້ຍົກອອກມາທີ່ເວທີປາໄສອະນາຄົດ ອາຊຽນ ຄັ້ງນີ້ຈະປະກອບສ່ວນເຂົ້າໃນວິວັດການເຈລະຈາຂໍ້ຕົກລົງແມ່ກ່ຽວກັບການຫັນພື້ນຖານເສດຖະກິດໃນພາກພື້ນເປັນດີຈີຕອນ, ຄາດວ່າຈະສ້າງສຳເລັດໃນປີ 2025 ແລະ ນີ້ຈະແມ່ນພື້ນຖານຢ່າງໜັກແໜ້ນເພື່ອຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນໃນ ອາຊຽນ./.

ຕອບກັບ