ຊາວ ລາວ ເຊື້ອ​ຊາດ ຫວຽດ​ນາມ ຢູ່ ບ້ານ​ ຊຽງ​ຫວາງ ນຳ​​ອາ​ຫານ​ການ​ກິນ ຫວຽດ​ນາມ ມາສ້າງ​ຊື່​ສຽງ​ ໃຫ້​ໝູ່​ບ້ານ

Nguyen Xuyen
Chia sẻ
(VOVWORLD) - ປະຊາຊົນ ຄຳມ່ວນ ຖືວ່າ ຖ້າຜູ້ໃດມາແຂວງ ຄຳມ່ວນ ແຕ່ບໍ່ເຄີຍກິນເຂົ້າໜົມປ່ານບໍ່ເຄີຍກິນເຝີ ຊຽງຫວາງ ແມ່ນຍັງບໍ່ທັນມາຮອດ ຄຳມ່ວນແຕ່ດົນນານມາແລ້ວເຂົ້າໜົມປ່ານ ແລະ ເສັ້ນເຝີແຫ້ງ ຊຽງຫວາງ ໄດ້ກາຍເປັນຂອງຕ້ອນທີ່ເປັນເອກະລັກຂອງແຂວງ ຄຳມ່ວນເຊິ່ງຜູ້ໃດທີ່ໄປຜ່ານກໍຕ້ອງແວ່ຊິມ ຫຼື ຊື້ເມືອເປັນຂອງຕ້ອນຂອງຝາກພິເສດທັງ 2 ຜະລິດຕະພັນດັ່ກ່າວ ແມ່ນລ້ວນແລ້ວແຕ່ໄດ້ເຮັດມາຈາກສີມືຂອງຊາວ ລາວ ເຊື້ອຊາດ ຫວຽດນາມຕໍ່ໄປເຊີນທ່ານຮັບຟັງບົດຂຽນທີ່ມີຫົວຂໍ້: “ຊາວ ລາວ ເຊື້ອຊາດ ຫວຽດນາມ ຢູ່ບ້ານ ຊຽງຫວາງ ນຳອາຫານການກິນ ຫວຽດນາມ ມາສ້າງຊື່ສຽງໃຫ້ໝູ່ບ້ານ”.
ຊາວ ລາວ ເຊື້ອ​ຊາດ ຫວຽດ​ນາມ ຢູ່ ບ້ານ​ ຊຽງ​ຫວາງ ນຳ​​ອາ​ຫານ​ການ​ກິນ ຫວຽດ​ນາມ ມາສ້າງ​ຊື່​ສຽງ​ ໃຫ້​ໝູ່​ບ້ານ - ảnh 1ປ້າ ເຈິ່ນທິເລືອງ ຢູ່ບ້ານ ຊຽງຫວາງ (ພາບ: VOV)

ປ້າ ເຈິ່ນທິເລືອງ ຢູ່ບ້ານ ຊຽງຫວາງ ເຮັດເສັ້ນເຝີແຫ້ງມາໄດ້ 40 ປີກວ່າແລ້ວ. ແຕ່ລະມື້, 3 ຄົນໃນຄອບຄົວຂອງປ້າ ເຮັດເສັ້ນເຝີແຫ້ງໄດ້ ປະມານ 20 ກິໂລກຣາມ. ເສັ້ນເຝີແຫ້ງ ເຮັດມາໄດ້ເທົ່າໃດ ກໍຂາຍໝົດເທົ່ານັ້ນ ແລະ ໄດ້ສ້າງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວ. ເສັ້ນເຝີແຫ້ງຂອງ ປ້າ ໄດ້ເອົາໄປຂາຍບໍ່ສະເພາະແຕ່ຢູ່ພາຍໃນແຂວງ ຄຳມ່ວນ ເທົ່ານັ້ນ, ຫາກນັບທັງບັນດາແຂວງໃກ້ຄຽງອີກດ້ວຍ.

ຂ້າພະເຈົ້າເຮັດອາຊີບນີ້ແຕ່ດົນແລ້ວ, ໄດ້ 40 ກວ່າປີແລ້ວ. ຂ້າພະເຈົ້າໄດ້ນຳໄປຂາຍຢູ່ຕະຫຼາດ. ຄົນລາວ, ຄົນ ຫວຽດ ແລະ ນັບທັງຄົນ ໄທ ກໍນິຍົມຫຼາຍ”.

ບ້ານຊຽງຫວາງ ຢູ່ເມືອງ ໜອງບົກ, ແຂວງ ຄຳມ່ວນ  ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ. ຢູ່ທີ່ນີ້, ມີທັງໝົດ 157 ຄອບຄົວດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນ ມີຄອບຄົວຊາວ ລາວ ເຊື້ອຊາດ ຫວຽດນາມ 57 ຄອບຄົວ ເຊິ່ງເປັນຄົນລຸ້ນທີ 2, ທີ 3. ໂດຍກວ່າ 1 ສະຕະວັດທີ່ໄດ້ອົບພະຍົບຈາກແຂວງ ກວ໋າງບິ່ງ ຂອງ ຫວຽດນາມ ມາອາໄສຢູ່ ລາວ, ພໍ່ແມ່ປະຊາຊົນຊາວ ລາວ ເຊື້ອຊາດ ຫວຽດນາມ ຢູ່ທີ່ນີ້ ຍັງຮັກສາວິຖີການດຳລົງຊີວິດທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນໄວ້ໄດ້. ໃນໄລຍະອົບພະຍົບມາດຳລົງຊີວິດຢູ່ລາວ, ພໍ່ແມ່ພີ່ນ້ອງກໍບໍ່ລືມທີ່ຈະຖືເອົາສູດເຮັດບັນດາອາຊີບພື້ນເມືອງຄື ເຮັດເຂົ້າໜົມປ່ານ, ເສັ້ນເຝີແຫ້ງ, ຕົ້ມເຫຼົ້າ... ມານຳ. ອາຊີບເຮັດເຂົ້າໜົມປ່ານ, ເສັ້ນເຝີແຫ້ງທີ່ເປັນມູນເຊື້ອຂອງ ຫວຽດນາມ ນັ້ນ ບໍ່ພຽງແຕ່ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ທັງຄົນ ລາວ ແລະ ຄົນ ຫວຽດນາມ ເທົ່ານັ້ນ ຫາກຍັງກາຍເປັນຜະລິດຕະພັນທີ່ເປັນເອກະລັກຂອງບ້ານ ຊຽງຫວາງ ອີກດ້ວຍ.

ຊາວ ລາວ ເຊື້ອ​ຊາດ ຫວຽດ​ນາມ ຢູ່ ບ້ານ​ ຊຽງ​ຫວາງ ນຳ​​ອາ​ຫານ​ການ​ກິນ ຫວຽດ​ນາມ ມາສ້າງ​ຊື່​ສຽງ​ ໃຫ້​ໝູ່​ບ້ານ - ảnh 2ທ່ານ ຈັນທະຄິດ ມະນີປະກອນ ນາຍບ້ານ ຊຽງຫວາງ (ພາບ:truyenhinhdulich.vn)

ທ່ານ ຈັນທະຄິດ ມະນີປະກອນ ນາຍບ້ານ ຊຽງຫວາງ ໃຫ້ຮູ້ວ່າ: ນັບແຕ່ ປີ 1995, ຊາວ ຫວຽດນາມ ຢູ່ບ້ານ ຊຽງຫວາງ ໄດ້ຖືສັນຊາດລາວ ແລ້ວ. ພໍ່ແມ່ພີ່ນ້ອງ ຫວຽດນາມ ຢູ່ທີ່ນີ້ ຍາມໃດກໍເຊື່ອມຕົວເຂົ້າກັບວັດທະນະທຳຂອງທ້ອງຖິ່ນ ແລະ ມີຄວາມສາມັກຄີ, ປອງດອງກັບປະຊາຊົນປະຈຳຖິ່ນ. ທ່ານໃຫ້ຮູ້ວ່າ, ປີ 2014, ບ້ານ ຊຽງຫວາງ ໄດ້ຮັບການຮັບຮອງວ່າ ເປັນບ້ານພັດທະນາຮອບດ້ານ ແລະ ພັດທະນາກວ່າບ້ານອື່ນໆ ກ່ຽວກັບພື້ນຖານໂຄງລ່າງນັ້ນ ແມ່ນຍ້ອນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວ ລາວ ເຊື້ອຊາດ ຫວຽດນາມ. ພໍ່ແມ່ພີ່ນ້ອງຊາວ ລາວ ເຊື້ອຊາດ ຫວຽດນາມ ຢູ່ທີ່ນີ້ ຍາມໃດກໍພ້ອມທີ່ຈະແບ່ງປັນຫຼັກສູດເຮັດອາຊີບພື້ນເມືອງໃຫ້ແກ່ຄົນລາວ  ເພື່ອພ້ອມກັນພັດທະນາຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ.

"ການເຮັດເຂົ້າໜົມປານ, ເສັ້ນເຝີແຫ້ງ, ຕົ້ມເຫຼົ້າ, ຫໍ່ເຂົ້າຕົ້ມ.. ແມ່ນຮີດຄອງປະເພນີຂອງ ຫວຽດນາມ, ປີໃໝ່ເຂົ້າເຈົ້າກໍໄດ້ເຮັດ. ຫຼັງຈາກປົດປ່ອຍມາແລ້ວ, ເຂົາເຈົ້າກໍໄດ້ເຮັດເປັນສິນຄ້າ, ເປັນອາຊີບຫຼັກ. ປັດຈຸບັນ, ພວກຂ້າພະເຈົ້າກໍໄດ້ສ້າງເປັນກຸ່ມເຮັດເຂົ້າໜົມປານ ໂດຍມີຄອບຄົວຄົນລາວເຂົ້າຮ່ວມນຳ ແລະ ອອກທຶນ, ແນະນຳຄົນລາວເຮັດນຳ". 
ຊາວ ລາວ ເຊື້ອ​ຊາດ ຫວຽດ​ນາມ ຢູ່ ບ້ານ​ ຊຽງ​ຫວາງ ນຳ​​ອາ​ຫານ​ການ​ກິນ ຫວຽດ​ນາມ ມາສ້າງ​ຊື່​ສຽງ​ ໃຫ້​ໝູ່​ບ້ານ - ảnh 3ທ່ານ ໄພມະນີ ພົມມະສານ, ຮອງຫົວໜ້າຫອ້ງວ່າການປົກຄອງແຂວງ ຄຳມ່ວນ (ພາບ: VOV)

ທ່ານ ໄພມະນີ ພົມມະສານ, ຮອງຫົວໜ້າຫອ້ງວ່າການປົກຄອງແຂວງ ຄຳມ່ວນ ກໍມີຄວາມປະຕິຊົມຊື່ນ ເມື່ອແບ່ງປັນກ່ຽວກັບການປະກອບສ່ວນຂອງປະຊາຄົມຊາວ ລາວ ເຊື້ອຊາດ ຫວຽດນາມ ຢູ່ບ້ານ ຊຽງຫວາງ ເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ. ຢູ່ເມືອງ ໜອງບົກ ຫາກໍມີພຽງແຕ່ໜຶ່ງຜະລິດຕະພັນ ODOP (ໜຶ່ງເມືອງ ໜຶ່ງຜະລິດຕະພັນ)  ເທົ່ານັ້ນ, ນັ້ນຄື ເຄື່ອງປັ້ນດິນເຜົາ. ແລະ ເຂົ້າໜົມປ່ານ, ເສັ້ນເຝີແຫ້ງ ກໍແມ່ນໜຶ່ງໃນບັນດາຜະລິດຕະພັນເປົ້າໝາຍ ເພື່ອພັດທະນາໃຫ້ກາຍເປັນຜະລິດຕະພັນ ODOP ຂອງແຂວງ ຄຳມ່ວນ.

"ຜ່ານມາ, ທາງແຂວງຄຳມ່ວນ ກໍເຫັນຄວາມສຳຄັນໃນການສ້າງຜະລິດຕະພັນຂອງປະຊາຊົນບ້ານ ຊຽງຫວາງ ໂດຍສະເພາະແມ່ນປະຊາຊົນລາວ ເຊື້ອສາຍ ຫວຽດນາມ ຢູ່ບ້ານ ຊຽງຫວາງ ນີ້. ອັນເດັ່ນໆ ໃນໄລຍະຜ່ານມາແມ່ນເຂົ້າໜົມປານ. ນີ້ແມ່ນຜະລິດຕະພັນ, ແມ່ນສິນຄ້າທີ່ເປັນເອກະລັກຂອງແຂວງ ຄຳມ່ວນ. ທາງການນຳແຂວງ ໄດ້ເຫັນຄວາມສຳຄັນ ແລະ ມີແນວຄວາມຄິດຢາກຍົກຜະລິດຕະພັນດັ່ງກ່າວເປັນຜະລິດຕະພັນ ODOP ຂອງແຂວງ. ຄັນຊັ້ນກໍມີແຜນໃນການຊຸກຍູ້ການຜະລິດຕິດພັນກັບການທ່ອງທ່ຽວ ຄືສິນຄ້າ ODOP ຫັ້ນ, ເອົາໂຕນັ້ນເປັນໂຕດຶງດູດມາທ່ຽວອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ມາເບິ່ງກຳມະວິທີເຮັດບັນດາຜະລິດຕະພັນດັ່ງກ່າວ". 

ຊຽງຫວາງ ບໍ່ພຽງແຕ່ເປັນທີ່ຮູ້ຈັກກັນດີວ່າ ເປັນດິນແດນແຫ່ງປະຫວັດສາດທີ່ສັກສິດ, ເຊິ່ງກ່ອນນີ້ເກືອບ 100 ປີ, ປະທານ ໂຮ່ຈີມິນ ເຄີຍເຄື່ອນໄຫວການປະຕິວັດ ເທົ່ານັ້ນ, ຊຽງຫວາງ ຍັງເປັນທີ່ຮູ້ຈັກກັນດີວ່າ ເປັນທ້ອງຖິ່ນມີຊື່ສຽງກັບເຂົ້າໜົມປ່ານ ແລະ ເສັ້ນເຝີແຫ້ງ ອີກດ້ວຍ. ດ້ວຍສູດ ແລະ ສີມືອັນຄ່ອງແຄ້ວຂອງຊາວ ຫວຽດນາມ ບວກກັບບັນດາວັດຖຸດິບທີ່ໄດ້ປູກລ້ຽງ ແລະ ດິນ, ນຳ້,  ອາກາດຂອງລາວ, ທັງໝົດທັງມວນເຫຼົ່ານັ້ນ ໄດ້ປະສານກົມກຽວເຂົ້າກັນ ສ້າງເປັນຜະລິດຕະພັນທີ່ມີຊື່ສຽງທັງໃກ້ ແລະ ໄກ, ເຊິ່ງເປັນຜະລິດຕະພັນທີ່ບັນຈຸທັງນ້ຳໃຈ ແລະ ເຫື່ອແຮງຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ./.

ຕອບກັບ