ຊາປາ - ສະຖານທີ່ເປັນມິດກັບຊາວ ມຸດສະລິມ

Phuong Thao
Chia sẻ
(VOVWORLD) - ໂດຍນອນໃນທາງທິດຕາເວັນຕົກພາກເໜືອ ຫວຽດນາມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 350 ກມ, ຊາປາ - ເທດສະບານໃນນ້ຳໝອກ, ຢູ່ແຂວງ ລາວກາຍ, ໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ຄື: ຈອພູ Fanxipan - ຊາຍຄາ ອິນດູຈີນ, ໂບດຫີນ, ນ້ຳຕົກຕາດແຫ່ງຄວາມຮັກ

ຫວ່າງມໍ່ມານີ້, ຊາປາ ໄດ້ເລີ່ມຫັນປ່ຽນບັນດາການບໍລິການເພື່ອດຶງດູດແຂກທ່ອງທ່ຽວ, ໃນນັ້ນມີແຂກທ່ອງທ່ຽວຊາວ ມຸດສະລິມ. ເຊີນທ່ານຮັບຟັງບົດຂຽນຂອງ ເຟືອງຖາວ, ດ້ວຍຫົວຂໍ້ຊາປາ - ສະຖານທີ່ເປັນມິດກັບຊາວ ມຸດສະລິມ.

ຊາປາ - ສະຖານທີ່ເປັນມິດກັບຊາວ ມຸດສະລິມ - ảnh 1ພິທີຕ້ອນຮັບແຂກທ່ອງທ່ຽວ ຢູ່ໂຮງໂຮມ Sapa Charm

ເມື່ອເຫັນວ່າຈຳນວນແຂກທ່ອງທ່ຽວມາ ຊາປາ ນັບມື້ນັບຫຼາຍ, ພິເສດແມ່ນແຂກທ່ອງທ່ຽວຊາວ ມຸດສະລິມ, ໃນປີ 2023, ແຂວງ ລາວກາຍ ໄດ້ເຊັນຂໍ້ຕົກລົງຮ່ວມມືກ່ຽວກັບການທ່ອງທ່ຽວ ແລະ ກະກຽມຕ້ອນຮັບແຂກທ່ອງທ່ຽວຊາວ ມຸດສະລິມ ມາທ່ຽວ ຊາປາ ກັບບັນດາປະເທດ ຕາເວັນອອກກາງ. ຫຼັງຈາກນັ້ນ, ຮອດເດືອນ ກັນຍາ 2023, ບໍລິສັດ Halal ແຫ່ງຊາດ ຫວຽດນາມ ໄດ້ດຳເນີນການຕີລາຄາຄວາມສາມາດບົ່ມຊ້ອນການພັດທະນາການທ່ອງທ່ຽວໃຫ້ຊາວ ມຸດສະລິມ ຢູ່ແຫ່ງນີ້.

ຕາມທານ ເຈິ່ນວັນເຕີນເກືອງ, ຜູ້ອຳນວຍການບໍລິສັດ Halal ແຫ່ງຊາດ ຫວຽດນາມ, ພາຍຫຼັງການສຳຫຼວດເງື່ອນໄຂຂອງບັນດາການສະຖານທີ່ພັກເຊົາ, Sapa Charm  - ໂຮງແຮມ 4 ດາວ ໃນເທດສະບານ ຊາປາ ຊຶ່ງແມ່ນໜຶ່ງໃນບັນດາໂຮງໂຮມທີ່ມີເງື່ອນໄຂເໝາະສົມເພື່ອຫັນປ່ຽນຕາມທິດເປັນມິດກັບຊາວ ມຸດສະລິມ. ບັນດານັກຊ່ຽວຊານຂອງບໍລິສັດ Halal ແຫ່ງຊາດ ຫວຽດນາມ ໄດ້ສຸມໃສ່ບຳລຸງສ້າງພະນັກງານຄຸ້ມຄອງ (ຜູ້ຈັດການ), ແຮງງານເຮັດວຽກຢູ່ໂຮງແຮມ ຕ້ອງປະຕິບັດບັນດາຂັ້ນຕອນເພື່ອຮັບໃຊ້ແຂກທ່ອງທ່ຽວຊາວ ມຸດສະລິມ, ບັນດາທັກສະໃນການປະພຶດ, ຄວາມຮູ້ພື້ນຖານກ່ຽວກັບ ອາຫານ Halal. ໃນຕົ້ນເດືອນ ທັນວາ 2023 ຜ່ານມາ, ໂຮງແຮມ Sapa Charm  ໄດ້ຮັບໃບຢັ້ງຢືນ Halal ກ່ຽວກັບການບໍລິການພັກເຊົາ ແລະ ເຮືອນຄົວປຸງແຕ່ງອາຫານ Halal. ທ່ານນາງ ໂດ໋ທິແທັງເຕີມ - ຜູ້ຄຸ້ມຄອງ (ຜູ້ຈັດການ) ໂຮງແຮມ Sapa Charm, ໃຫ້ຮູ້ວ່າ:

 “ໂຮງແຮມ Sapa Charm ໄດ້ຂຸດຄົ້ນການບໍລິການທ່ອງທ່ຽວແຕ່ດົນແລ້ວ, ແຕ່ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າຫາກໍ່ໄດ້ຮັບໃບຢັ້ງຢືນ Halal ກ່ຽວກັບການບໍລິການພັກເຊົາ ແລະ ເຮືອນຄົວປຸງແຕ່ອາຫານ Halal. ພວກຂ້າພະເຈົ້າຫວັງວ່າ, ຈະສາມາດດຶງດູດຈຳນວນແຂກທ່ອງທ່ຽວໃນທົ່ວໂລກໃຫ້ຫຼາຍກ່ວາ, ພິເສດແມ່ນແຂກທ່ອງທ່ຽວຊາວ ມຸດສະລິມ. ເພື່ອຍາດໄດ້ໃບຢັ້ງຢືນ Halal, ທາງໂຮມແຮມ ຕ້ອງກໍ່ສ້າງເຮືອນຄົວແຫ່ງໃໝ່. ແຫຼ່ງສະບຽງອາຫານ ກໍ່ຕ້ອງໄດ້ຢັ້ງຢືນເປັນອາຫານ Halal. ຫ້ອງພັກເຊົາກໍ່ມີການບໍລິການທີ່ເປັນມິດກັບຊາວມຸດສະລິມ ຄື ມີຫ້ອງຂໍພອນ (ຫ້ອງເຮັດພິທີສວດອະຖິຖານ), ສະຖານທີ່, ວັດຖຸເພື່ອທຳພິທີດັ່ງກ່າວ”.

ໄປຄຽງຄູ່ກັບບັນດາຜະລິດຕະພັນຊຶ່ງ Sapa Charm ພວມຂຸດຄົ້ນນັ້ນ, ບໍລິສັດ Halal ແຫ່ງຊາດ ຫວຽດນາມ ໄດ້ເຊື້ອເຊີນນັກຊ່ຽວຊານກ່ຽວກັບດ້ານອາຫານການກິນ Halal ມາເຂົ້າຮ່ວມ, ຕີລາຄາ ແລະ ໃຫ້ຄຳປຶກສາແກ່ໂຮງແຮມກ່ຽວກັບແຫຼ່ງສະໜອງອາຫານ Halal, ວິທີການປຸງແຕ່ງທີ່ເປັນເອກະລັກສະເພາະຂອງ ຊາປາ ແລະ ເຂດຕາເວັນຕົກພາກເໜືອ ຫວຽດນາມ ກັບເຍື່ອງອາຫານຕ່າງໆເປັນປະເພນີຂອງບັນດາປະເທດ ອິດສະລາມ. ທ່ານນາງ ໂດ໋ທິແທັງເຕີມ ໃຫ້ຮູ້ຕື່ມອີກວ່າ:

 “ພາຍຫຼັງໄດ້ຮັບຄຳປຶກສາຈາກບັນດານັກຊ່ຽວຊານ ກ່ຽວກັບການສ້າງບັນດາຜະລິດຕະພັນໃໝ່, ຄື: ຈັດບຸບເຟອາຫານ Halal, ເຂົ້າໜົມ ແລະ ຊາ Halal, ພວກຂ້າພະເຈົ້າໄດ້ຈັດລາຍການອາຫານທີ່ເໝາະສົມກັບແຂກທ່ອງທ່ຽວຊາວ ມຸດສະລິມ. ບັນດາເຍື່ອງອາຫານຂອງຊາວ ມຸດສະລິມ ສົມທົບກັບອາຫານເຂດ ເວັຕົກພາກເໜືອ ຈະນຳມາເຊິ່ງຄວາມແຕກຕ່າງທີ່ດຶງດູດໃຈໃຫ້ແກ່ອາຫານ ຊາປາ. ”

ຊາປາ - ສະຖານທີ່ເປັນມິດກັບຊາວ ມຸດສະລິມ - ảnh 2ແຂກທ່ອງທ່ຽວຊາວ ມຸດສະລິມ ຢູ່ໂຮງແຮມ Sapa Charm

ໂດຍມີການກຳນົດທິດປ່ຽນແປງໃນວິທີການເຊົ້າເຖິງແຫຼ່ງແຂກທ່ອງທ່ຽວຂັ້ນສູງ, ໃນນັ້ນ, ມີແຂກທ່ອງທ່ຽວຊາວ ມຸດສະລິມ ແມ່ນວິທີໃໝ່ຂອງຂະແໜງທ່ອງທ່ຽວ ປາຊາ ເວົ້າສະເພາະ ແລະ ທ່ອງທ່ຽວ ຫວຽດນາມ ເວົ້າລວມ. ສິ່ງດັ່ງກ່າວກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດທ່ອງທ່ຽວ ເມື່ອຈັດລາຍການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວຊາວມຸດສະລິມ. ທ້າວ ຈູຮຸຍຮຸ່ງ, ຜູ້ນຳທ່ຽວ, ແບ່ງປັນວ່າ:

 “ກ່ອນນີ້, ແຕ່ລະເທື່ອທີ່ຮັບແຂກທ່ອງທ່ຽວ ມາເລເຊຍ, ອິນໂດເນເຊຍ ຫຼື ແຂທ່ອງທ່ຽວມາຈາກ ຕາເວັນອອກກາງ, ພວກຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກໃນການຈັດອາຫານການກິນ ແລະ ການພັກເຊົາໃຫ້ແຂກທ່ອງທ່ຽວ ຍ້ອນວ່າ ຖ້າບໍ່ຕອບສະໜອງຕາມເງື່ອນໄຂຂອງແຂກທ່ອງທ່ຽວນັ້ນ, ເຂົາເຈົ້າຈະບໍ່ພໍໃຈ, ບໍ່ມ່ວນໃນຕະຫຼອດເວລາໄປທ່ຽວ, ບໍ່ມີຄວາມປະທັບໃຈຫຼາຍກ່ຽວກັບການທ່ອງທ່ຽວ ຫວຽດນາມ. ບັນດາການບໍລິການທີ່ເປັນມິດກັບຊາວ ມຸດສະລິມ ຢູ ຊາປາ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມສະດວກໃນການນຳທ່ຽວ, ພາແຂກທ່ອງທ່ຽວມາທີ່ນີ້ກ່ວາອີກ. ເມື່ອທ່ຽວມ່ວນ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈກ່ຽວກັບທ່ອງທ່ຽວ ຊາປາ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ເຂົາເຈົ້າອາດຈະກັບຄືນມາ ຫຼື ແນະນຳໃຫ້ເພື່ອນມິດໄປທ່ຽວຢູ່ນີ້. ນີ້ແມ່ນວິທີການໂຄສະນາການທ່ອງທ່ຽວ ຫວຽດນາມ ທີ່ດີທີ່ສຸດ”.

ສຳລັບແຂກທ່ອງທ່ຽວຊາວ ມຸດສະລິມ ກໍ່ມີຄວາມອຸ່ນອ່ຽນໃຈນຳໃຊ້ການບໍລິການສະຫງວນໃຫ້ຊາວມຸດສະລິມ, ພິເສດແມ່ນອາຫານ Halal ແມ່ນໜຶ່ງໃນບັນດາຄວາມສົນໃຈຕົ້ນຕໍເມື່ອໄປທ່ຽວ. ເມື່ອມາ ຊາປາ ກໍ່ຈະໄດ້ຢ້ຽມຊົມທິວທັດທຳມະຊາດທີ່ສວຍງາມ, ໄດ້ຄົ້ນຫາວັດທະນະທຳຂອງຊົນເຜົ່າທ້ອງຖິ່ນ, ຄື: ເຜົ່າຢ້າວແດງ, ມົ້ງ, ຟິຊິດຈອມພູ Fanxipan… ແມ່ນບັນດາລາຍການທ່ອງທ່ຽວຍາກທີ່ລືມໄດ້ສຳລັບແຂກທ່ອງທ່ຽວແຕ່ລະຄົນ. ແລະຍິ່ງສະບາຍກ່ວາ ເມື່ອຊາວ ມຸດສະລິມ ສາມາດຮັກສາໄດ້ບັນດາຫຼັກການດ້ານສາສະໜາຂອງຕົນ ຢູ່ Sapa Charm. ທ່ານ Poeji - ແຂກທ່ອງທ່ຽວຊາວ ອິນໂດເນເຊຍ, ໃຫ້ຮູ້ວ່າ:

 “ໂດຍເປັນຊາວມຸດສະລິມ, ດັ່ງນັ້ນຂ້າພະເຈົ້າໄດ້ເລືອກບ່ອນພັກເຊົາຢ່າງລະອຽດເມື່ອໄປຕ່າງປະເທດ. ຜ່ານການຊອກຮູ້, ຂ້າພະເຈົ້າຮູ້ວ່າ ຢູ່ Sapa Charm ມີໃບຢັ້ງຢືນ Halal, ດັ່ງນັ້ນ ຂ້າພະເຈົ້າໄດ້ຈອງຫ້ອງພັກເຊົາຢູ່ທີ່ນີ້. ພາຍຫຼັງ 3 ວັນ 2 ຄືນທີ່ພັກຢູ່ນີ້, ຂ້າພະເຈົ້າດີໃຈກ່ຽວກັບຄຸນນະພາບການບໍລິການ, ການຕ້ອນຮັບທີ່ເອື້ອເຟື້ອ, ເປັນມືອາຊີບຂອງພະນັກງານ. ຫວັງວ່າ, ໃນໄລຍະຈະມາເຖິງ, ຊາປາ ຈະມີຫຼາຍສະຖານທີ່ເປັນມິດກັບຊາວມຸດສະລິມກ່ວາອີກ”.

ຕາມບົດລາຍງານປີ 2023 ກ່ຽວກັບດັດສະນີການທ່ອງທ່ຽວ ອິດສະລາມ ທົ່ວໂລກ (GMTI) ແລ້ວ, ຈຳນວນແຂກທ່ອງທ່ຽວຊາວ ມຸດສະລິມ ບັນລຸເກືອບ 140 ລ້ານເທື່ອຄົນ ແລະ ຈະເພີ່ມຂຶ້ນເປັນ 160 ລ້ານເທື່ອຄົນໃນປີ 2024 ແລະ ອາດຈະບັນລຸຕົວເລກ 230 ລ້ານເທື່ອຄົນໃນປີ 2028. ໂດຍໄດ້ໄປກ່ອນເພື່ອເດີນຕາມທ່າອ່ຽງ, ດ້ວຍການປະກົດມີບັນດາການບໍລິການທີ່ເປັນມິດກັບຊາວມຸດສະລິມ, ຊາປາອາດຈະແມ່ນການເລືອກເຟັ້ນດີທີ່ສຸດ ແລະ ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຊາປາ ເປີດກ້ວາງຕະຫຼາດແຂກທ່ອງທ່ຽວພັກເຊົາ, ຍົກສູງການບໍລິການ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງຂະແໜງອຸດສາຫະກຳ Halal ຢູ່ ຫວຽດນາມ./.

ຕອບກັບ