ການປ່ຽນແປງຢູ່ເຂດດິນເຊື່ອມໂຊມຢູ່ ໄທ

​ນັກ​ຂ່າວ VOV - Kim Ngan
Chia sẻ
(VOVWORLD) - ຕາມການເລົ່າຂອງອ້າຍ ກາວິນພັດ ທິຣະພຣາສຸກຸນ, ຫົວໜ້າພະແນກປະຊາສຳພັນ, ສູນສຶກສາການພັດທະນາ ຫ້ວຍຊາຍ ໂດຍພະລາຊະດຳລິ (ແນວຄວາມຄິດ) ຂອງເຈົ້າຊີວິດ ແລ້ວ, ນີ້ແມ່ນວິທີເຊິ່ງສູນໄດ້ປະຕິບັດໃນຕະຫຼອດ 40 ປີຜ່ານມາ ເພື່ອຫັນເຂດດິນເຊື່ອມໂຊມ, ຄຸນນະພາບຕ່ຳໃຫ້ກາຍເປັນເຂດດິນອຸດົມສົມບູນ, ສາມາດປູກຕົ້ນໄມ້ກິນໝາກ, ພືດຜັກ…
ການປ່ຽນແປງຢູ່ເຂດດິນເຊື່ອມໂຊມຢູ່ ໄທ - ảnh 1ສະຖານທີ່ປູກຕົ້ນອ້ອຍ

ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນຕະຫຼອດ 40 ປີຜ່ານມາ, ສູນສຶກສາການພັດທະນາ ຫ້ວຍຊາຍ ໂດຍພະລາຊະດຳລິ (ແນວຄວາມຄິດ) ຂອງເຈົ້າຊີວິດ - ເມືອງ ຊະອຳ, ແຂວງ ເພັດຊະບູລີ ໄດ້ປະຕິບັດບັນດາໂຄງການທົດລອງ ເພື່ອແນໃສ່ປັບສ້າງຄຸນນະພາບຂອງເຂດດິນເປົ່າຫວ່າງ, ເຂດພູຫົວໂລ້ນ ກາຍເປັນເຂດດິນສັນດອນ, ດິນມີຄຸນນະພາບສູງກ່ວາ ເພື່ອຊ່ວຍໃຫ້ປະຊາຊົນຢູ່ທີ່ນີ້ສາມາດທຳການປູກຝັງ, ເພື່ອປັບປຸງການຫາເງິນລ້ຽງຊີບ ແລະ ຍົກສູງຄຸນນະພາບການດຳລົງຊີວິດ.

        ເທບສຽງອ້າຍ ກາວິນພັດ ທິຣະພຣາສຸກຸນ

 

        ຕາມການເລົ່າຂອງອ້າຍ ກາວິນພັດ ທິຣະພຣາສຸກຸນ, ຫົວໜ້າພະແນກປະຊາສຳພັນ, ສູນສຶກສາການພັດທະນາ ຫ້ວຍຊາຍ ໂດຍພະລາຊະດຳລິ (ແນວຄວາມຄິດ) ຂອງເຈົ້າຊີວິດ ແລ້ວ, ນີ້ແມ່ນວິທີເຊິ່ງສູນໄດ້ປະຕິບັດໃນຕະຫຼອດ 40 ປີຜ່ານມາ ເພື່ອຫັນເຂດດິນເຊື່ອມໂຊມ, ຄຸນນະພາບຕ່ຳໃຫ້ກາຍເປັນເຂດດິນອຸດົມສົມບູນ, ສາມາດປູກຕົ້ນໄມ້ກິນໝາກ, ພືດຜັກ… ທຳມະຊາດຄ່ອຍໆໄດ້ຮັບການຟື້ນຟູ, ສະມັດຕະພາບໄດ້ຮັບການປັບປຸງ. ເມື່ອປູກຫຍ້າ vetiver (ຫຍ້າແຝກ) ຈະຊ່ວຍໃຫ້ທີ່ດິນໄດ້ຮັບການຟື້ນຟູ ແລະ ສ້າງຄວາມອຸດົມສົມບູນໃຫ້ທີ່ດິນ…

        ການໝູນໃຊ້ຫຍ້າ Vetiver ເພື່ອບຳບັດນ້ຳເສດເຫຼືອ ແລະ ທີ່ດິນທີ່ຖືກມົນລະພິດແມ່ນເຕັກໂນໂລຊີບຳບັດດ້ວຍພືດທີ່ໃຫມ່ ແລະ ມີຫົວຄິດປະດິດສ້າງ, ມີແງ່ຫວັງເພື່ອຕອບສະໜອງທຸກໆຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ. ນີ້ແມ່ນວິທີການທີ່ງ່າຍດາຍ, ເຮັດງ່າຍ, ມີຄ່າໃຊ້ຈ່າຍໜ້ອຍ, ມີປະສິດທິຜົນດີ, ນຳໃຊ້ຕົ້ນໄມ້ໃບຫຍ້າສີຂຽວເພື່ອປັບປຸງຄຸນນະພາບທີ່ດິນແບບທຳມະຊາດ ແລະ ຍິ່ງກ່ວານັ້ນແມ່ນ ບັນດາຕົ້ນໄມ້, ຫຍ້ານັ້ນອາດຈະໄດ້ນຳໃຊ້ເປັນວັດຖຸດິບ ເພື່ອຜະລິດໃນຂະແໜງຫັດຖະກຳ, ເປັນຫົວອາຫານຂອງສັດ, ມຸງຫຼັງຄາ ແລະ ມີຫຼາຍຜົນປະໂຫຍດອື່ນໆອີກ…

ການປ່ຽນແປງຢູ່ເຂດດິນເຊື່ອມໂຊມຢູ່ ໄທ - ảnh 2ອ້າຍ ກາວິນພັດ ທິຣະພຣາສຸກຸນ

        ພາຍຫຼັງທີ່ດິນໄດ້ຮັບການປັບປຸງນັ້ນ, ສູນໄດ້ແນະນຳໃຫ້ຊາວກະສິກອນສ້າງແຜນການ ແລະ ປູກຕົ້ນໄມ້ປະເພດຕ່າງໆແບບໝູນວຽນໃຫ້ເໝາະສົມ, ນຳມາເຊິ່ງແຫຼ່ງລາຍຮັບສູງ ແລະ ເປັນປົກກະຕິ, ອ້າຍ ກາວິນພັດ ທິຣະພຣາສຸກຸນ, ໃຫ້ຮູ້ຕື່ມອີກວ່າ:

        ເທບສຽງອ້າຍ ກາວິນພັດ ທິຣະພຣາສຸກຸນ

 

        ປ້າ ຈິນຕະນາ ນຳຈັດ, ເຮັດວຽກຢູ່ສູນຄົ້ນຄ້ວາພັດທະນາລາຊະອານາຈັກ ຫ້ວຍຊາຍ ໂດຍພະລາຊະດຳລິ (ແນວຄວາມຄິດ) ຂອງເຈົ້າຊີວິດ ເປັນເວລາກ່ວາ 20 ປີ, ແມ່ນຜູ້ເຫັນປະຈັກຕາແຕ່ລະບາດກ້າວການປ່ຽນແປງຂອງເຂດດິນແຫ່ງນີ້. ປ້າ ຈິນຕະນາ ໃຫ້ຮູ້ວ່າ: ບໍ່ພຽງແຕ່ຊ່ວຍປັບປຸງສິ່ງແວດລ້ອມເທົ່ານັ້ນ, ຍ້ອນມີການປັບປຸງຄຸນນະພາບທີ່ດິນ, ດັ່ງນັ້ນ, ຊິວິດການເປັນຢູ່, ການຫາເງິນລ້ຽງຊີບຂອງປະຊາຊົນກໍ່ໄດ້ຍົກສູງຂຶ້ນ:

        ເທບສຽງ ປ້າ ຈິນຕະນາ ນຳຈັດ

 
ການປ່ຽນແປງຢູ່ເຂດດິນເຊື່ອມໂຊມຢູ່ ໄທ - ảnh 3ປ້າ ຈິນຕະນາ ນຳຈັດ

ເພື່ອໃຫ້ປະຊາຊົນຮ່ວມມື, ຮ່ວມເດີນທາງໃນການປະຕິບັດ ແລະ ຮັກສາບັນດາການປ່ຽນແປງຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນນັ້ນ, ເມື່ອໂຄງການໝົດກຳນົດເວລາ, ສູນກໍ່ຍັງແນະນຳໃຫ້ແກ່ຊາວກະສິກອນຮູ້ກ່ຽວກັບວິທີປູກ, ການສ້າງແຜນການ, ຄວາມຮູ້ກ່ຽວກັບຕະຫຼາດ ແລະ ຮູ້ວິທີປົກປັກຮັກສາສິ່ງແວດລ້ອມ… ອີກດ້ວຍ. ອ້າຍ ກາວິນພັດ ທິລະພຣາສຸກຸນ, ຫົວໜ້າພະແນກປະຊາສຳພັນ, ໃຫ້ຮູ້ວ່າ:

ເທບສຽງອ້າຍ ກາວິນພັດ ທິຣະພຣາສຸກຸນ

 
 

        ພ້ອມກັບທ່າອ່ຽງແຫ່ງການພັດທະນາຂອງວິວັດການຫັນເປັນຕົວເມືອງ ແລະ ຫັນເປັນທັນສະໄໝທີ່ນັບມື້ນັບເພີ່ມຂຶ້ນຄືໃນປະຈຸບັນ, ບັນດາໂຄງການຂອງສູນບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບທີ່ດິນ, ປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ຫາກຍັງຊ່ວຍສ້າງວຽກເຮັດງານທຳ, ເພີ່ມແຫຼ່ງລາຍຮັບ ແລະ ລົບລ້າງຄວາມອຶດຫິວທຸກຍາກໃຫ້ແກ່ປະຊາຊົນຢູ່ແຫ່ງນີ້ແບບຍືນຍົງ. ພາຍຫຼັງປະສົບຜົນສຳເລັດໃນການໝູນໃຊ້ຢູ່ ຫ້ວຍຊາຍ, ທາງສູນ ກໍ່ສືບຕໍ່ທະວີຄູນຮູບແບບນີ້ຢູ່ເຂດດິນທີ່ຫົກເຮື້ອໃນທົ່ວປະເທດ, ປະກອບສ່ວນຫລຸດອັດຕາດິນເປົ່າຫວ່າງ, ພູຫົວໂລ້ນ… ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ການພັດທະນາແບບຍືນຍົງຂອງປະເທດໄທ ໃນອະນາຄົດ./.

ຕອບກັບ