ເດືອນສິງຫາ ໃນຄວາມຊົງຈຳຂອງ ຊາວຫວຽດນາມ ຢູ່ເຂດ ຫວຽດບັກ

Cong Luan - Thu Hoa
Chia sẻ

(VOVWORLD) -ໃນຊຸມເດືອນ ສິງຫາ ປີ 1945, ເຂດຖານທີ່ໝັ້ນ ຫວຽດບັກ (ລວມມີ ບັນດາແຂວງ ກາວບັ່ງ, ບັກກ້ານ, ລ້າງເຊີນ, ຮ່າຢາງ, ຕວຽນກວາງ, ທາຍງວຽນ ໄດ້ກາຍເປັນແຫ່ງປຸກລຸກຂະບວນການລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ສ້າງພື້ນຖານເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ໃນໂອກາດວັນຊາດ ທີ 2 ກັນຍາປີນີ້ ຄວາມຊົງຈຳຂອງລະດູໃບໄມ້ຫລົ່ນປະຫວັດສາດກ່ອນນີ້ 78 ປີ ທີ່ບໍ່ອາດຫລົງລືມນັ້ນ ໄດ້ກັບຕ່າວຄືນມາຢ່າງຟົດຟື້ນໃນໃຈຂອງປະຊາຊົນຢູ່ເຂດນີ້.

ເດືອນສິງຫາ ໃນຄວາມຊົງຈຳຂອງ ຊາວຫວຽດນາມ ຢູ່ເຂດ ຫວຽດບັກ - ảnh 1ລຸງ ຮ່ວາງງອັກ ຢູ່ ຕາແສງ ເຕີນຈ່າວເມືອງ ເຊີນເຢືອງ. ພາບ:VOV

ລະດູໃບໄມ້ຫລົ່ນເດືອນ ສິງຫາ ປີ 1945, ໄລຍະນັ້ນ ລຸງ ຮວ່າງງອັກ ອາຍຸພຽງ 9 ປີ. ບ້ານ ກີມລອງ ຕາແສງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ ບ້ານເກີດເມືອງນອນຂອງລຸງ ງອັກ ແມ່ນບ່ອນດຳເນີນກອງປະຊຸມໃຫຍ່ທົ່ວປວງຊົນທັງຊາດ ເມື່ອວັນທີ 16-17 ສິງຫາ ປີ 1945 ເພື່ອຕັດສິນໃຈລຸກຮື້ຂຶ້ນຍາດເອົາສິດອຳນາດໃນທົ່ວປະເທດ. ໂດຍແມ່ນສະມາຊິກກອງເຍົາວະຊົນກູ້ຊາດ, ນ້ອງນ້ອຍ ຮວ່າງງອັກ ພ້ອມກັບພໍ່ແມ່ປະຊາຊົນ ກີມລອງ ໄດ້ມາເຂົ້າຮ່ວມພິທີຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ ແລະ ໄດ້ເຫັນປະຈັກຕາພິທີເປີດການເຄື່ອນໄຫວຂອງກຳລັງລຸກຮື້ຂຶ້ນຢູ່ໃຕ້ຮົ່ມຕົ້ນໄຮ ເຕີນຈ່າວ. ອະນຸສອນກ່ຽວກັບວັນລຸກຮື້ຂຶ້ນໃນປີນັ້ນ ຍັງຄົງຢູ່ໃນຄວາມຊົງຈຳຂອງ ລຸງ ຮວ່າງງອັກ ຕະຫຼອດເວລາ.                           

ເມື່ອມາຊົມເຊີຍກອງປະຊຸມໃຫຍ່, ລຸງໂຮ່ (ປະທານໂຮ່ຈິມິນ) ໄດ້ມາຂອບໃຈຊາວບ້ານ ກີມລອງຂອງພວກຂ້າພະເຈົ້າທີ່ໄດ້ໃຫ້ການສະໜັບສະໜູນການປະຕິວັດ. ເມື່ອເຫັນວ່າພວກນ້ອງນ້ອຍຄືພວກຂ້າພະເຈົ້າຢືນແຖວທຳອິດ ຜູ້ໃດກໍ່ຈ່ອຍ, ນຸ່ງໂສ້ງເສື້ອຂາດ... ລຸງກໍ່ລູບຫົວເດັກນ້ອຍ 2 ຄົນດ້ວຍຄວາມແຮງແພງ, ໃນນັ້ນລວມມີຂ້າພະເຈົ້າ. ລຸງເວົ້າວ່າ: ກອງປະຊຸມໃຫຍ່ແມ່ນ ພວກເຮົາຕ້ອງເຮັດແນວໃດເພື່ອໃຫ້ພວກເດັກນ້ອຍນີ້ມີອາຫານກິນ, ເຄື່ອງນຸ່ງຫົ່ມ, ໄດ້ໄປຮ່ຳຮຽນ.

ເມື່ອຫວນຄືນໄລຍະປະຫວັດສາດກອ່ນນີ້ 78 ປີ, ນັກປະພັນອາວຸໂສ ນົງວຽດຕ້ວາຍ, ອາຍຸ 97 ປີ , ຍັງເຕັມໄປດ້ວຍຄວາມຕື້ນຕັນໃຈ ແລະ ຈື່ຈຳລະອຽດກ່ຽວກັບຊຸມວັນທີ່ປະຊາຊົນເມືອງເງິນເຊີນ, ແຂວງ ບັກກ້ານ, ບ້ານເກີດຂອງຕົນລຸກຂຶ້ນຍາດເອົາອຳນາດການປົກຄອງ. 

ໃນເວລານັ້ນ, ຂ້າພະເຈົ້າເປັນພະນັກງານໃນກອງໂຄສະນາຕ້ານຍີ່ປຸ່ນ ຂອງ ເງິນເຊີນ, ແຂວງ ບັກກ້ານ ແລະ ແມ່ນຜູ້ທີ່ເຄີຍຮ້ອງເພງຮັບໃຊ້ການເຄື່ອນໄຫວໂຄສະນາ. ພວກອ້າຍໃນກອງຮ້ອງເພງ ໄດ້ສອນຕອນເພງສັ້ນໆ  ພຽງ 5-10 ແຖວໃຫ້ພວກຂ້າພະເຈົ້າເພື່ອເວົ້າເຖິງການແຕກແຍກຂອງຟາດຊິດຍີ່ປຸ່ນ.

ເດືອນສິງຫາ ໃນຄວາມຊົງຈຳຂອງ ຊາວຫວຽດນາມ ຢູ່ເຂດ ຫວຽດບັກ - ảnh 2 ນັກປະພັນອາວຸໂສ ນົງວຽດຕ້ວາຍ, ອາຍຸ 97 ປີ. ພາບ: VOV

ຫວຽດບັກ ແມ່ນບ່ອນຫລໍ່ລ້ຽງການປະຕິວັດ, ມີທີ່ຕັ້ງຍຸດທະສາດດ້ານການເມືອງ ແລະ ການທະຫານ, ສະນັ້ນ ທັງພວກລ່າເມືອງຂຶ້ນຝລັ່ງ ແລະ ຟາດຊິດ ຍີ່ປຸ່ນ ລ້ວນແຕ່ສົນໃຈເຖິງການສ້າງລະບົບກົງຈັກປົກຄອງ.

ດ້ວຍຄວາມເຫັນດີເຫັນພ້ອມເປັນຈິດຫນຶ່ງໃຈດຽວຂອງຊາວຊົນເຜົ່າ ຢູ່ເຂດຫວຽດບັກ ພາຍໃຕ້ການຊີ້ນຳຂອງແນວໂຮມຫວຽດມິງ, ແຕ່ວັນທີ 14 – 24, 25 ສິງຫາ, ຊາວທ້ອງຖິ່ນຈາກຂັ້ນຕາແສງເຖິງຂັ້ນເມືອງຄື ແຂວງ ຕວຽນກວາງ, ທາຍງວຽນ, ບັກກ້ານ, ກາວບັງ. ..ລ້ວນແຕ່ເຫັນດີເປັນເອກະພາບລຸກຮື້ຂຶ້ນເພື່ອຍາດເອົາອຳນາດການປົກຄອງ. ລຸງ ຫວໍຈ້ອງໂກນ, ອາຍຸ 87 ປີ, ຢູ່ຕາແສງ ເຫີບຢາງ ນະຄອນກາວບັ່ງ ແຂວງ ກາວບັ່ງ   ໃຫ້ຮູ້ວ່າ:

ວັນປະຕິວັດເດືອນສິງຫາ ເປັນວັນບຸນທີ່ຍິ່ງໃຫຍ່, ຟົດຟື້ນທີ່ສຸດ, ຕັ້ງແຕ່ຜູ້ເຖົ້າແກ່ຕະຫລອດຮອດໄວໜຸ່ມ, ທຸກຄົນລ້ວນແຕ່ຮູ້ສຶກຄືວ່າຕົນເອງໄດ້ນຸ່ງຊຸດເຄື່ອງນຸ່ງໃໝ່. ນັບແຕ່ການປະຕິວັດປະສົບຜົນສຳເລັດ, ປະເທດເຮົາໄດ້ຮັບເອກະລາດ, ປະຊາຊົນທົ່ວປະເທດເວົ້າລວມ ແລະ ປະຊາຊົນຢູ່ ກາວບັ່ງ ເວົ້າສະເພາະໄດ້ດຳລົງຊີວິດໃນຄວາມເອກະລາດ, ເສລີພາບ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ ແລະ ຂອງລຸງໂຮ່. ພວກຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີຂອງລຸງໂຮ່, ຜູ້ນຳທີ່ແສນເຄົາລົບຮັກຂອງປະເທດຊາດ ທີ່ໄດ້ໃຫ້ກຳເນີດປະເທດ ຫວຽດນາມເອກະລາດ.”

ເດືອນສິງຫາ ໃນຄວາມຊົງຈຳຂອງ ຊາວຫວຽດນາມ ຢູ່ເຂດ ຫວຽດບັກ - ảnh 3ລຸງ ຫວໍຈ້ອງໂກນ, ອາຍຸ 87 ປີ, ຢູ່ຕາແສງ ເຫີບຢາງ ນະຄອນກາວບັ່ງ

78 ປີຜ່ານໄປ, ບ້ານເກີດເມືອງນອນ ຫວຽດບັກ ໃນທຸກວັນນີ້ ໄດ້ມີໂສມຫນ້າໃໝ່, ກວ້າງໃຫຍ່ ແລະ ທັນສະໄໝ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບມີການປ່ຽນແປງ. ປະຊາຊົນບັນດາເຜົ່າຢູ່ເຂດຕໍ່ຕ້ານ ຫວຽດບັກ ມີຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນກຳລັງເຫື່ອແຮງບໍ່ຫນ້ອຍເພື່ອສ້າງຜົນສຳເລັດຂອງການປະຕິວັດເດືອນສິງຫາ ກໍ່ຄືໄຊຊະນະໃນປາງສົງຄາມຕ້ານສັດຕູທີ່ຍືດເຍື້ອຍາວນານຂອງປະເທດຊາດ, ສົມກັບຄວາມເຊື່ອໝັ້ນຂອງລຸງໂຮ່: ການປະຕິວັດໂດຍໄດ້ມີການປະກອບສ່ວນຂອງຫວຽດບັກ ຈຶ່ງປະສົບຜົນສຳເລັດ ສະນັ້ນ ການຕໍ່ຕ້ານ ຈະໄດ້ຮັບໄຊຊະນະກໍ່ຍ້ອນມີການຫນູນຊ່ວຍຈາກຫວຽດບັກ”.

ຕອບກັບ