ຫນູນຊ່ວຍປະຊາຊົນເຂດພູສູງ ເຊີນລາ ຫາເງິນລ້ຽງຊີບ, ສ້າງກຳລັງຫນູນຫລຸດພົ້ນອອກຈາກຄວາມທຸກຍາກ

Chia sẻ
(VOVWORLD) -ໂດຍປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະຍືນຍົງ, ເມືອງທ້ວນເຈົາຢູ່ແຂວງເຊີນລາໄດ້ສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມສ້າງຄວາມຫຼາກຫຼາຍໃນການຫາເງິນລ້ຽງຊີບພັດທະນາການຜະລິດ ເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນຜ່ານນັ້ນກໍ່ປະກອບສ່ວນຮັບປະກັນຊີວິດສັງຄົມ ແລະປະຕິບັດບັນດາຄາດໝາຍການເຕີບໂຕເສດຖະກິດສູ້ຊົນຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກໃນປີ 2025.
ຫນູນຊ່ວຍປະຊາຊົນເຂດພູສູງ ເຊີນລາ ຫາເງິນລ້ຽງຊີບ, ສ້າງກຳລັງຫນູນຫລຸດພົ້ນອອກຈາກຄວາມທຸກຍາກ - ảnh 1ປະຊາຊົນໄດ້ຮັບການຫນູນຊ່ວຍ ຝຸ່ນ, ເຕັກນິກການປູກຕົ້ນມັງກອນຕາມມາດຖານ VietGAP. ພາບ:  VOV

 

  ປີ 2018, ຄອບຄົວຂອງເອື້ອຍຮວ່າງທິຖ໋າວມາຕັ້ງຖິ່ນຖານຢູ່ບ້ານກວິ່ງທ້ວນ, ຕາແສງຊຽງຟາ, ເມືອງທ້ວນເຈົາ. ພາຍຫຼັງປຸກສ້າງເຮືອນຢູ່ແລ້ວ, ຄອບຄົວເອື້ອຍໄດ້ຊອກຫາຮູບແບບພັດທະນາເສດຖະກິດທີ່ເໝາະສົມກັບບ່ອນຢູ່ໃໝ່ສະນັ້ນ ຈິ່ງໄດ້ຕັດສິນໃຈປູກຕົ້ນໝາກມັງກອນເພື່ອພັດທະນາເສດຖະກິດ.

ເອື້ອຍຖ໋າວໃຫ້ຮູ້ວ່າ ໄລຍະທຳອິດຄອບຄົວພຽງແຕ່ປູກຕົ້ນມັງກອນໃນເນື້ອທີ່ຂະໜາດນ້ອຍ, ທັງເຮັດທັງຮຽນຮູ້ເພື່ອສະສົມປະສົບການ. ຕໍ່ມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງທ້ອງຖິ່ນແລະໄດ້ຮັບການໜູນຊ່ວຍ 70% ແນວພັນປູກ ແລະຝຸ່ນ ເພື່ອສ້າງຮູບແບບຕົ້ນໝາກມັງກອນຕາມມາດຖານຂອງການກຳນົດການກ່ຽວກັບການຜະລິດກະສິກຳດີໃຫ້ສຳລັບບັນດາຜະລິດຕະພັນກະສິກຳ, ສິນໃນນ້ຳ (VietGAP).ມາຮອດປະຈຸບັນ, ຄອບຄົວມີເນື້ອທີ່ດິນປູກໝາກມັງກອນແມ່ນເກືອບ 2 ເຮັກຕາ, ສ້າງລາຍຮັບໄດ້ເກືອບ 200 ລ້ານດົ່ງ (ກວ່າ 7.000 USD)/ປີ. ເອື້ອຍຮວ່າງທິຖາວ ແບ່ງປັນວ່າ:

ພະແນກກະສິກຳໄດ້ໜູນຊ່ວຍທັງເຕັກນິກການປູກ, ການຫຸ້ມຫໍ່, ສະແຕມຕົ້ນກຳເນີດສິນຄ້າແລະຂັ້ຕອນ VietGAPໃຫ້ພວກຂ້າພະເຈົ້າ. ນັບແຕ່ນັ້ນມາ, ພວກຂ້າພະເຈົ້າໄດ້ເຫັນວ່າຕົ້ນມັງກອນເໝາະສົມກັບດິນຟ້າອາກາດຢູ່ທີ່ນີ້, ດັ່ງນັ້ນພວກຂ້າພະເຈົ້າຈຶ່ງໄດ້ປູກຕົ້ນມັງກອນເປັນຕາມລະດູການ ແລະຂະຫຍາຍອອກ. ໝາກມັງກອນໃຫ້ລາຍຮັບທີ່ໝັ້ນຄົງກວ່າເມື່ອທຽບໃສ່ກັບຕົ້ນອື່ນໆ, ສະນັ້ນພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈພັດທະນາເສດຖະກິດ”.

ຫນູນຊ່ວຍປະຊາຊົນເຂດພູສູງ ເຊີນລາ ຫາເງິນລ້ຽງຊີບ, ສ້າງກຳລັງຫນູນຫລຸດພົ້ນອອກຈາກຄວາມທຸກຍາກ - ảnh 2ຫລາຍຄອບຄົວໄດ້ຮັບການຫນູນຊ່ວນງົວພັນ. ພາບ:  VOV

ດ້ວຍທ່າໄດ້ປຽບຂອງເນື້ອທີ່ດິນທີ່ກວ້າງຂວາງສາມາດປູກຫຍ້າໄດ້ຫຼາຍຊະນິດເພື່ອເປັນອາຫານໃຫ້ສັດລ້ຽງ, ສັດປີກ, ເມືອງທ້ວນເຈົາໄດ້ພັດທະນາຂະແຫນງສັດລ້ຽງ ແລະສັດປີກຕາມທິດຜະລິດເປັນສິນຄ້າ. ຢູ່ທຸກຕາແສງເຂດພູດອຍ, ປະຊາຊົນໄດ້ເປີດກວ້າງເນື້ອທີ່ປູກຫຍ້າເພື່ອລ້ຽງສັດແບບຂັງໃນຄອກ...

ມາຮອດປະຈຸບັນ, ທົ່ວເມືອງ ໄດ້ມີສັດລ້ຽງ, ສັດປີກຊະນິດຕ່າງໆກວ່າ 90.000 ໂຕ. ຄອບຄົວອ້າຍ ເລື່ອງວັນເຢີນ ຢູ່ ບ້ານຈ່ຽງລີ ຕາແສງ ຈຽງລີ ເມືອງ ທ້ວນເຈົາ ແມ່ນຄອບຄົວທຸກຍາກ ແລະ ປີກາຍກໍ່ໄດ້ຮັບການຫນູນຊ່ວຍງົວແນວພັນເພື່ອເປັນການຫາລ້ຽງຊີບ, ເພີ່ມລາຍຮັບ.

 “ເມື່ອໄດ້ຮັບການຫນູນຊ່ວຍງົວແນວພັນ 1ໂຕ, ຄອບຄົວຂ້າພະເຈົ້າດີໃຈຫລາຍ ແລະ ຈະພະຍາຍາມດູແລເພື່ອໃຫ້ງົວແຜ່ພັນໄດ້ຫລາຍໂຕເພື່ອພັດທະນາເສດຖະກິດຄອບຄົວ.

ເມືອງທ້ວນເຈົາມີ 29 ຕາແສງ, ເທດສະບານດ້ວຍ 38.000 ກວ່າຄອບຄົວ, 5 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ໂດຍປະຕິບັດຄາດໝາຍຮອດປີ 2025ນຳເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ, ທາງເມືອງໄດ້ປະກາດໃຊ້ເອກະສານຫຼາຍສະບັບຊີ້ນຳ ແລະແນະນຳການປະຕິບັດແຜນການຫຼຸດຜ່ອນຄວາມທຸກຍາກ. ມາຮອດປະຈຸບັນ, ທົ່ວເມືອງມີ 16.000 ເທື່ອຄອບຄົວທີ່ໄດ້ຮັບເງິນກູ້ຢຶມບຸລິມະສິດເພື່ອລົງທຶນພັດທະນາການຜະລິດ, ດ້ວຍຍອດຈຳນວນເງິນກວ່າ 720 ຕື້ດົ່ງ (ເກືອບ 30 ລ້ານ USD). ໃນປີກາຍນີ້ອັດຕາຄວາມທຸກຍາກຂອງເມືອງໄດ້ຫຼຸດລົງຈາກ 37% ເຫລືອພຽງ 31%, ຄອບຄົວທີ່ຢູ່ໃກ້ລະດັບຂັ້ນທຸກຍາກຍັງເຫຼືອຫຼາຍກວ່າ 16%. ທ່ານດິງແມ້ງຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງທ້ວນເຈົາ, ເນັ້ນໜັກວ່າ:

 “ເມືອງ ທ້ວນເຈົາໄດ້ສຸມໃສ່ນຳພາ, ຊີ້ນຳ, ຂົນຂວາຍທົ່ວລະບົບການເມືອງ; ເພີ່ມທະວີວຽກງານໂຄສະນາ ຂົນຂວາຍ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ປ່ຽນແປງແນວຄິດເພື່ອໃຫ້ປະຊາຊົນບືນຕົວຂຶ້ນຫລຸດພົ້ນຈາກຄວາມທຸກຍາກ. ພ້ອມກັນນັ້ນ, ກໍ່ປະຕິບັດການລະດົມແຫຼ່ງກຳລັງເປັນຢ່າງດີເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ; ລະດົມແຫຼ່ງກຳລັງເພື່ອສ້າງຮູບແບບ, ສະຫຼຸບ ແລະ ທະວີຄູນບັນດາຮູບແບບເສດຖະກິດໃນໝູ່ປະຊາຊົນ.

ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ, ພ້ອມກັບເຈດຈຳນົງຕັດສິນໃຈ, ມານະພະຍາຍາມບືນຕົວຂຶ້ນຂອງປະຊາຊົນແຕ່ລະຄົນ, ທ້ວນເຈົາພວມກ້າວເຂົ້າໃກ້ກັບຄາດໝາຍຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2025.

ຕອບກັບ