ປະຊາຊົນບັນດາເຜົ່າຢູ່ເຂດພູພຽງຫີນ ດົ່ງວັນ ຫລຸດພົ້ນອອກຈາກຄວາມທຸກຍາກດ້ວຍການເຮັດບໍລິການທ່ອງທ່ຽວ

Vinh Phong
Chia sẻ

(VOVWORLD) -ໃນຊຸມປີຜ່ານມາ, ແຂວງ ຮ່າຢາງ ໄດ້ສຸມໃສ່ພັດທະນາການທ່ອງທ່ຽວ, ພິເສດ ແມ່ນ ຢູ່ 4 ເມືອງ ຂຶ້ນກັບເຂດພູພຽງຫີນ ດົ່ງວັນ (ກວ໋ານບະ, ອຽນມິງ, ແມ່ວວາກ, ດົ່ງວັນ). ຮູບແບບທ່ອງທ່ຽວ homestay ໄດ້ຊ່ວຍໃຫ້ຊາວຊົນເຜົ່າຢູ່ທີ່ນີ້ພັດທະນາການຜະລິດ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງຕົນ.

ປະຊາຊົນບັນດາເຜົ່າຢູ່ເຂດພູພຽງຫີນ ດົ່ງວັນ ຫລຸດພົ້ນອອກຈາກຄວາມທຸກຍາກດ້ວຍການເຮັດບໍລິການທ່ອງທ່ຽວ - ảnh 1ບ້ານທ່ອງທ່ຽວຊຸມຊົນ ໂລໂລຈ໋າຍ. ພາບ:baodantoc.vn

ຢູ່ໃນສວນທໍລະນີສາດທົ່ວໂລກເຂດພູພຽງຫີນ ດົ່ງວັນ ມີບັນດາໝູ່ບ້ານເຮັດການບໍລິການທ່ອງທ່ຽວຊຸມຊົນທີ່ມີຊື່ສຽງຄື: ໝູ່ບ້ານ ນ້ຳດຳ (ເມືອງ ກວ໋ານບະ), ໝູ່ບ້ານເຮິມົງ ປ໋າວີ(ເມືອງ ແມ່ວວາກ), ໝູ່ບ້ານ ໂລໂລຈ໋າຍ (ເມືອງ ດົ່ງວັນ), ໝູ່ບ້ານ ຫລູງເກີ໋ມ ເມືອງ ດົ່ງວັນ, ຄຸ້ມຖະຫນົນເກົ່າ ດົ່ງວັນ..

ພໍ່ແມ່ປະຊາຊົນຊາວເຜົ່າຢ້າວ ຢູ່ໝູ່ບ້ານເຮັດການບໍລິການທ່ອງທ່ຽວຊຸມຊົນ ນ້ຳດຳ ເມືອງ ກວ໋ານບະ ເລີ່ມເຮັດບໍລິການທ່ອງທ່ຽວກ່ອນນີ້ 10 ປີ, ໂດຍໄດ້ຮັບການຊ່ວຍເຫລືອຈາກອຳນາດການປົກຄອງທ້ອງຖິ່ນ, ແຫລ່ງທຶນຫນູນຊ່ວຍຈາກລັດ...ບັນດາເຮືອນຮ້ານຢູ່ບ້ານ ນ້ຳດຳ ໄດ້ຄ່ອຍໆມີໂສມຫນ້າໃຫມ່ຕາມການເວລາ.

ປະຈຸບັນ ນ້ຳດຳ ລວມມີ 35 ຄອບຄົວມີເງື່ອນໄຂຄົບຖ້ວນເພື່ອຕ້ອນຮັບແຂກມາພັກເຊົາຕາມມາດຖານຂອງ ອາຊຽນ. ລາຍຮັບຈາກການເຮັດບໍລິການທ່ອງທ່ຽວແມ່ນປະມານ 1.200 USD)/ຄົນ/ປີ. ອ້າຍ ຫລີວັກລົກ, ເຈົ້າຂອງ homestayຫລີວັນກວາງ ແບ່ງປັນວ່າ: ກ່ອນນີ້ ຊີວິດການເປັນຢູ່ຂອງຄອບຄົວແມ່ນອີງໃສ່ພຽງແຕ່ການປູກສາລີ, ປູກປ່າ, ລ້ຽງງົວ.. ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກຫລາຍ. ນັບແຕ່ເມື່ອເຮັດບໍລິການທ່ອງທ່ຽວ, ເສດຖະກິດຂອງຄອບຄົວກໍ່ດີຂຶ້ນຫລາຍ.

 “ເມື່ອທຽບໃສ່ກັບການເຮັດກະສິກຳ, ການເຮັດບໍລິການທ່ອງທ່ຽວໄດ້ຊ່ວຍໃຫ້ຊີວິດທາງດ້ານເສດຖະກິດຂອງຄົບດີຂຶ້ນຫລາຍ. ເຖິງຢ່າງໃດກໍຕາມ, ກໍ່ຕ້ອງຮັກສາທິວທັດໃຫ້ສະອາດສວຍງາມ ແລະ ອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນໄວ້ໄດ້ ເວລານັ້ນແຂກທ່ອງທ່ຽວຈຶ່ງຊອກມາທ່ຽວຫລາຍກວ່າ.

ພັດທະນາການທ່ອງທ່ຽວແບບຍືນຍົງ, ອະນຸລັກຮັກສາແລະຂຸດຄົ້ນບັນດາຄຸນຄ່າວັດທະນະທຳພື້ນເມືອງຢ່າງມີປະສິດທິຜົນພວມແມ່ນທິດກ້າວເດີນຂອງເມືອງແມ່ວວາກໃນການພັດທະນາການທ່ອງທ່ຽວຊຸມຊົນ. ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນຊາວເຜົ່າມົ້ງຢູ່ບ້ານປ໋າວິີຫະຕາແສງປ໋າວີໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນທັນວາປີ 2016 ແລະນຳເຂົ້າເຄື່ອນໄຫວແຕ່ເດືອນເມສາປີ 2019. ກ່ອນນີ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ບ້ານປ໋າວີຫະແມ່ນປະສົບກັບຄວາມຫຍຸ້ງຍາກຍ້ອນຕັ້ງຢູ່ເຂດຫີນປະຊາຊົນພຽງແຕ່ອີງໃສ່ການລ້ຽງແບ້, ງົວແລະປູກສາລີ.

ເພື່ອຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນ, ເມືອງແມ່ວວາກໄດ້ເລືອກເຟັ້ນເຂດດິນຢູ່ບ້ານ ປ໋າວີຫະ ຫ່າງຈາກເທດສະບານແມ່ວວາກປະມານ 6 ກິໂລແມັດເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາການທ່ອງທ່ຽວຊຸມຊົນ. ເອື້ອຍຮວ່າງທິຮຽນເຈົ້າຂອງhomestayປ໋າວີໃຫ້ຮູ້ວ່າ: ອຳນາດການປົກຄອງທ້ອງຖິ່ນ, ທະນາຄານໄດ້ສ້າງກົນໄກ, ນະໂຍບາຍທີ່ສະດວກໃຫ້ແກ່ປະຊາຊົນ. ສະນັ້ນມີ 28 ຄອບຄົວຊາວຊົນເຜົ່າໄດ້ເຂົ້າຮ່ວມການລົງທຶນ, ດຳເນີນທຸລະກິດ homestay ຢູ່ທີ່ນີ້.

 “ເມື່ອທຽບໃສ່ກັບການຜະລິດກະສິກຳ, ການເຮັດບໍລິການ homestayໄດ້ນຳລາຍຮັບທີ່ສູງກວ່າຫລາຍມາໃຫ້ບັນດາຄອບຄົວ. ເບື້ອງຕົ້ນ ບັນດາຄອບຄົວຊາວຊົນເຜົ່າຢູ່ທີ່ນີ້ ກໍມີຄວາມເປັນຫວ່ງກັງວົນ ເພາະກ່ອນນີ້ພຽງແຕ່ເຮັດກະສິກຳ ບໍ່ຮູ້ຈັກເຖິງການເຮັດບໍລິການທ່ອງທ່ຽວ. ເຖິງຢ່າງໃດກໍຕາມ ອຳນາດການປົກຄອງທ້ອງຖິ່ນ, ພະແນກວັດທະນະທຳເມືອງ ແມ່ວວາກ ກໍ່ໄດ້ເປີດຊຸດອົບຮົມກ່ຽວກັບວິຊາການເຮັດບໍລິການທ່ອງທ່ຽວ, ບໍລິການພັກເຊົາ, ໄປທັດສະນະສຶກສາຮ່ຳຮຽນເອົາບົດຮຽນຢູ່ບັນດາທ້ອງຖິ່ນອື່ນ.

ດ້ວຍຫລັກການພັດທະນາແບບຍືນຍົງ, ທັງອະນຸລັກຮັກສາທັງຂຸດຄົ້ນບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງບັນດາຊົນເຜົ່າຢ່າງມີປະສິດທິຜົນ, ຮູບແບບເຮັດທຸລະກິດຜ່ານການບໍລິການທ່ອງທ່ຽວຢູ່ໝູ່ບ້ານທ່ອງທ່ຽວຊຸມຊົນໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ຫລຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານໂງແມ້ງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນເມືອງແມ່ວວາກໃຫ້ຮູ້ວ່າ:

 “ເມື່ອເລີ່ມຜັນຂະຫຍາຍບັນດາໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ, ທຳອິດກໍ່ປະສົບກັບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນ. ແຕ່ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງເມືອງ ໄດ້ຂົນຂວາຍ, ໂຄສະນາ.. ມາຮອດປະຈຸບັນ ເລື່ອງຜັນຂະຫຍາຍບັນດາໝູ່ບ້ານວັດທະນະທຳການທ່ອງທ່ຽວ ໄດ້ນຳມາເຊິ່ງຄຸນຄ່າດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນເພື່ອລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

ປະຊາຊົນບັນດາເຜົ່າຢູ່ເຂດພູພຽງຫີນ ດົ່ງວັນ ຫລຸດພົ້ນອອກຈາກຄວາມທຸກຍາກດ້ວຍການເຮັດບໍລິການທ່ອງທ່ຽວ - ảnh 2ຮ່າຢາງ ພວມແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ນັບມື້ນັບຫລາຍ. ພາບ:baohagiang.vn

ປະຈຸບັນ ຮ່າຢາງ ພວມແມ່ນສະຖານທີ່ທ່ອງທ່ຽວອັນດູດດຶ່ມແລະ ນັບມື້ນັບດຶງດູແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ, ພັກຜ່ອນ ຫລາຍຂຶ້ນ. ຈາກນັ້ນ ບັນດາໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ແລະບັນດາຄອບຄົວເຮັດບໍລິການທ່ອງທ່ຽວ homestayກໍ່ນັບມື້ນັບພັດທະນາ, ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບເປັນປົກກະຕິ, ຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ເປົ້າໝາຍຂອງແຂວງ ຮ່າຢາງ ເວົ້າລວມ ແລະ ບັນດາເມືອງຂຶ້ນກັບເຂດພູພຽງຫີນ ດົ່ງວັນ ເວົ້າສະເພາະ ແມ່ນຍູ້ແຮງການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ, ກ້າວໄປເຖິງເລື່ອງ ນຳຂະແຫນງທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມໃນວິວັດການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.

ຕອບກັບ