ກວ໋າງນິງ ຫັນເປັນດິຈີຕອນ ໃນການຄຸ້ມຄອງກຳປັ່ນຫາປາ ເພື່ອຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ IUU

Chia sẻ

(VOVWORLD) -ກວດກາການເຄື່ອນໄຫວຂອງກຳປັ່ນ ຫາປາຢູ່ທະເລ ແມ່ນຫນຶ່ງໃນບັນດາມາດຕະການສຳຄັນຕ້ານການຂຸດຄົ້ນ IUU (ຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ). ຢູ່ ແຂວງ ກວ໋າງນິງ ບັນດາມາດຕະການຫັນເປັນດິຈີຕອນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍເພື່ອຄຸ້ມຄອງກຳປັ່ນຫາປາ ແລະ ຫນູນຊ່ວຍຊາວປະມົງ, ກ້າວໄປເຖິງການ ຍົກເລີກ “ບັດເຫລືອງ” ຂອງ EC ໃນໄລຍະຈະມາເຖິງ.

ກວ໋າງນິງ  ຫັນເປັນດິຈີຕອນ ໃນການຄຸ້ມຄອງກຳປັ່ນຫາປາ ເພື່ອຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ IUU - ảnh 1App ຄຸ້ມຄອງກຳປັ່ນຫາປາໄດ້ນຳໃຊ້ທົດລອງ ຢູ່ ແຂວງ ກວ໋າງນິງ. ພາບ:Trường Giang/VOV

 

  ສະເລ່ຍແຕ່ລະເດືອນ, ກຳປັ່ນ QN90162-TS ຂອງອ້າຍ ຫງວຽນເທເຟືອງ ຢູ່ ຕາແສງ ຮະລອງ ເມືອງ ເວີນດົນ ແຂວງ ກວ໋າງນິງ ອອກໄປຫາປາຂຸດຄົ້ນສິນທະເລຢູ່ນອກຝັ່ງ ເປັນ 4 ຄັ້ງ. ເມື່ອອອກຈາກທ່າກຳປັ່ນ ຫລື ເຂົ້າທຽບທ່າ ອ້າຍ ເຟືອງ ລ້ວນແຕ່ລາຍງານຕໍ່ຫ້ອງການຜູ້ຕາງຫນ້າທຳການກວດກາຢູ່ ທ່າກຳປັ່ນ ກາຍຣົ່ງ ເມືອງ ເວີນດົນ ຕາມການກຳນົດ.       

“ເມື່ອອອກຈາກທ່າກຳປັ່ນໄປຫາສິນທະເລ ພວກຂ້າພະເຈົ້າລ້ວນແຕ່ລາຍງານເຖິງກຳລັງມີຫນ້າທີ່ຮັບຜິດຊອບ ກ່ຽວກັບຂັ້ນຕອນ, ບ່ອນຫາປາ. ເມື່ອກັບມາ ແມ່ນແຈ້ງກ່ອນ 1 ຊົ່ວໂມງ, ມອບປື້ມບັນທຶກການຫາປາ ປະລິມານສິນທະເລທີ່ຫາໄດ້, ມີປະເພດໃດ. ເດືອນຫນຶ່ງ ອອກໄປຫາປາ 4 ຄັ້ງຕ້ອງມີປື້ມບັນທຶກ 4 ຫົວ. ສິ່ງນີ້ກໍ່ບໍ່ສະດວກປານໃດ ຍ້ອນພວກຂ້າພະເຈົ້າບໍ່ມີເວລາເພື່ອບັນທຶກຂັ້ນຕອນລະອຽດ”

ເພື່ອຫນູນຊ່ວຍຊາວປະມົງ, ນັບແຕ່ເດືອນມັງກອນປີ 2023, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວ໋າງນິງ ໄດ້ສົມທົບກັບບັນດາຫົວຫນ່ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ ນຳໃຊ້ທົດລອງ App ຄຸ້ມຄອງກຳປັ່ນຫາປາ ແລະ ຂຸດຄົ້ນສິນທະເລ ຢູ່ ແຂວງ ກວ໋າງນິງ.

ດ້ວຍການຕິດຕັ້ງ App ຜ່ານສະມາດໂຟນ, ເຈົ້າຂອງກຳປັ່ນຫາປາທີ່ເຄື່ອນໄຫວຢູ່ນອກຝັ່ງ ສາມາດຈົດທະບຽນ, ກວດກາເຕັກນິກກຳປັ່ນ ສົ່ງການລາຍງານຂັ້ນຕອນອອກຈາກທ່າກຳປັ່ນ, ຫລືເຂົ້າທຽບທ່າ ໃຫ້ອົງການຄຸ້ມຄອງ . ບັນດາຂໍ້ມູນນີ້ໄດ້ຮັກສາ ແລະ ເຊື່ອມຕໍ່ກັບຫ້ອງການຄຸ້ມຄອງຢູ່ ທ່າກຳປັ່ນ. ອ້າຍ ບູ່ຍເຟືອງຕວ໋ຽນ ເຈົ້າຂອງກຳປັ່ນ QN90095-TS ໃຫ້ຮູ້ວ່າ: ນອກຈາກການລາຍງານແລ້ວ, App ຍັງສະຫນອງບັນດາຂໍ້ມູນເຕືອນໄພ, ຫລີກລ້ຽງພາຍຸ, ສາມາດເຫັນໄດ້ທີ່ຕັ້ງຂອງບັນດາກຳປັ່ນໃນລະບົບເພື່ອໃຫ້ຫນ່ວຍກຳປັ່ນຫນູນຊ່ວຍກັນ;

“ພວກຂ້າພະເຈົ້າລາຍງານຂັ້ນຕອນຫາປາຢູ່ ສະມາດໂຟນ ກ່ອນ ແລ້ວສົ່ງເຖິງຫ້ອງການຄຸ້ມຄອງ ເພື່ອຂໍອະນຸຍາດໃຫ້ກຳປັ່ນອອກຈາກທ່າກຳປັ່ນໄປຫາປາຢ່າງສະດວກ. ບໍ່ພຽງແຕ່ສ້າງຄວາມສະດວກໃນການອອກ, ເຂົ້າທຽບທ່າເທົ່ານັ້ນ App ຍັງຊີ້ໃຫ້ຮູ້ບ່ອນໃດຫາປາໄດ້, ບ່ອນໃດຫ້າມການຫາປາເພື່ອໃຫ້ຊາວປະມົງປະຕິບັດຕາມ.”

ກວ໋າງນິງ  ຫັນເປັນດິຈີຕອນ ໃນການຄຸ້ມຄອງກຳປັ່ນຫາປາ ເພື່ອຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ IUU - ảnh 2ພະນັກງານ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວ໋າງນິງ ປຶກສາຫາລືເພື່ອຂຶ້ນແຜນໃຊ້ທົດລອງ App ຄຸ້ມຄອງກຳປັ່ນຫາປາ. ພາບ:Trường Giang/VOV

ປະຈຸບັນ ແຂວງ ກວ໋າງນິງ ມີກຳປັ່ນຫາປາ ກວ່າ 6000 ລຳ, ໃນນັ້ນ 4.500 ລຳ ມີລວງຍາວສຸດແມ່ນ 6 ແມັດຂຶ້ນໄປ. ພ້ອມກັບການທົດລອງ App ສະເພາະ, ກວ໋າງນິງ ພວມຮີບເຮັ່ງສຳຫລວດກວດກາເພື່ອຮັບປະກັນ 100% ກຳປັ່ນຫາປາໄດ້ຈົດທະບຽນ, ກວດກາເຕັກນິກ, ຂໍຫນັງສືອະນຸຍາດໄປຫາປາຕາມການກຳນົດຜ່ານລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ(VNFishbase). ຕາມ ອ້າຍລືວວັນຢູຍ, ເລຂາຫ້ອງການຜູ້ຕາງຫນ້າການກວດກາ ອາຊີບຫາປາ ທ່າກຳປັ່ນ ກາຍຣົ່ງ ໃຫ້ຮູ້ວ່າ:

 “ລະບົບຕິດຕາມກຳປັ່ນຫາປາ ແມ່ນປະກອບສ່ວນສະກັດກັ້ນ ແລະ ມີຄຳເຕືອນບັນດາເຈົ້າຂອງກຳປັ່ນທີ່ພວມເຄື່ອນໄຫວໃກ້ກັບຂີດແບ່ງເຂດທະເລເພື່ອຫລີກລ້ຽງການລ່ວງລ້ຳເຂດທະເລຕ່າງປະເທດ ພ້ອມທັງພົບເຫັນກໍລະນີຊາວປະມົງລະເມີດຢ່າງທັນການ.

ໃນເດືອນ ເມສາປີ 2023, ຂະແຫນງສິນໃນນ້ຳ ແຂວງ ກວ໋າງນິງ ຈະດຳເນີນການກວດກາວຽກງານສຳຫລວດ, ອັບເດດຂໍ້ມູນກຳປັ່ນຜ່ານລະບົບແຫ່ງຊາດ. ທ່ານ ທ່ຽວວັນແທ່ງ, ຮອງຫົວຫນ້າກົມສິນໃນນ້ຳ ສາຂາ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ປາດຖະຫນາວ່າ ເມື່ອນຳໃຊ້ App ເຕັກໂນໂລຊີ ນີ້ເຂົ້າໃນການຄຸ້ມຄອງກຳປັ່ນຫາປາ ຈະຫລຸດຜ່ອນລະບຽບການດ້ານບໍລິຫານ ຊື່ງກໍ່ຄວາມຫຍຸ້ງຍາກຕໍ່ປະຊາຊົນ, ພະນັກງານຄຸ້ມຄອງຫລຸດຜ່ອນຫລາຍຂັ້ນຕອນ ແລະ ອີກຢ່າງຫນຶ່ງແມ່ນຫນູນຊ່ວຍຊາວປະມົງໃນວິວັດການຂຸດຄົ້ນ”

ດ້ວຍບັນດາມາດຕະການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດິຈີຕອນໃນວຽກງານຄຸ້ມຄອງ, ແຂວງ ກວ໋າງນິງ  ຕັ້ງຄວາມຫວັງ ຈະແກ້ໄຂໄດ້ຄວາມຫຍຸ້ງຍາກໃນການຄວບຄຸມກຳປັ່ນຫາປາ ແລະ ປະລິມານສິນທະເລທີ່ຂຸດຄົ້ນມາໄດ້. ເລື່ອງຕິດຕາມ, ຄຸ້ມຄອງການເຄື່ອນໄຫວຫາປາຂອງ 100% ກຳປັ່ນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການຄຸ້ມຄອງຂອງລັດກ່ຽວກັບການຂຸດຄົ້ນສິນທະເລ, ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ IUU ເທົ່ານັ້ນ ຫາກຍັງຮັບໃຊ້ການວາງແຜນກຳນົດຍຸດທະສາດ ແລະ ແຜນການພັດທະນາສິນທະເລໃນບໍລິເວນ ແຂວງ ກວ໋າງນິງ ໃນໄລຍະຍາວນຳອີກ. ສິ່ງດັ່ງກ່າວກໍ່ປະກອບສ່ວນຊຸກຍູ້ການຜະລິດບັນດາຜະລິດຕະພັນເຕັກໂນໂລຊີ ດິຈີຕອນ Make in VietNam ເຊິ່ງເຄີຍຫນູນຊ່ວຍ, ຊຸກຍູ້ການພັດທະນາ ອາຊີບຫາປາ ຂອງຫວຽດນາມ .

ຕອບກັບ