ເກາະຟູ້ກ໋ວກ, ສະຖານທີ່ທ່ອງທ່ຽວທີ່ຈັບໃຈໃນຍາມລະດູຮ້ອນ

Lan Anh
Chia sẻ
ເກາະຟູ້ກ໋ວກ, ສະຖານທີ່ທ່ອງທ່ຽວທີ່ຈັບໃຈໃນຍາມລະດູຮ້ອນ

ອາ​ກາດ​ແດ​ດ​ຮ້ອນ​ອົບ​ເອົ້າ ໄດ້​ເຮັດ​ໃຫ້​ບໍ່​ວ່າ​ຜູ້​ໃດ ກໍ​ຫວັງ​ຢາກ​ໄປ​​ທ່ຽວ​ທະ​ເລ​ເພື່ອອາບ​ນ້ຳ​ທີ່​ຂຽວ​ເຢັນ. ແລະ ຟູ້​ກ໋ວກ​ແມ່ນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ໃນ​ຍາມ​ລະ​ດູ​ຮ້ອນ. ຢູ່​ຟູ້​ກ໋ວກມີ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ຂາວ​ຍາວ​ຢຽດ​ຈົນ​ສຸດ​ສາຍ​ຕາ, ມີ​ນ້ຳ​ທະ​ເລ​ຂຽວ ແລະ ໃສ​ເຢັນ​ພ້ອມ​ກັບ​ອາ​ຫານ​ທະ​ເລ​ທີ່​ແຊບ​ນົວ.

 

ເກາະຟູ້ກ໋ວກ, ສະຖານທີ່ທ່ອງທ່ຽວທີ່ຈັບໃຈໃນຍາມລະດູຮ້ອນ - ảnh 1
ເກາະຟູ້ກ໋ວກ, ສະຖານທີ່ທ່ອງທ່ຽວທີ່ຈັບໃຈໃນຍາມລະດູຮ້ອນ

     ເກາະ​ຟູ້​ກ໋ວກ ຂຶ້​ນ​ກັບ​ແຂວງ​ກຽນ​ຢາງ ແມ່ນ​ເກາະ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ ໂດຍ​ທຳ​ມະຊາດໄດ້​ດົນ​ບັນ​ດານ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາ​ດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ອຸ​ດົມ​ສົມ​ບູນ. ມາ​ຢ້ຽມ​ຢາມເກາະ​ຟູ້​ກ໋ວກ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ຊີ​ວິດ​ໃນ​ທ່າມ​ກາງ​ຄວາມ​ສະ​ຫງົບ​ງຽບ. ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຟົດ​ຟື້ນ​ອື່ນໆດ້ວຍ​ການ​ບໍ​ລິ​ການ​ລະຫຼິ້ນ​ບັນ​ເທິງຫຼາຍ​ຢ່າງ​ເຊັ່ນ: ຍາ​ຈາງ, ດານັ້ງ, ເກາະ​ຟູ້​ກ໋ວກ​ດ້ວ​ຍ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ, ມີ​ບັນ​ຍາ​ກາດ​ມິດ​ງຽບ ຊຶ່ງ​ເປັນ​ການ​ສ້າງ​ຄວາມ​ແຕກ​ຕ່າງ​ກັບ​ເຂດ​ອື່ນ​ຢ່າງ​ຈະ​ແຈ້ງ. ນາງ Bella ແຂກ​ທ່ອງ​ທ່ຽວ​ຊາວ​ສະ​ວິດ ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ມັກເກາະ​ຟູ້​ກ໋ວກທີ່​ສຸດ ເພາະ​ຄວາມ​ສະ​ໜິດ​ສະ​ໜົມ ແລະ ຈິດ​ໃຈ​ຮັກ​ແພງ​ແຂກ​ຂອງ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ເກາະ​ແຫ່ງນີ້ ສວຍ​ງາມ​ທີ່​ສຸດ ແລະ ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ​ແທ້”

     ບັນ​ດາ​ໂຮງ​ແຮມ​ໃນ​ເກາະ​ຟູ້​ກ໋ວກສ່ວນຫຼວງຫຼາຍຖືກ​ປຸກ​ສ້າງ​ຢູ່​ຫາດ​ຊາຍ​ຢາຍ ຊຶ່ງ​ແມ່ນ​ຫາດ​ຊາຍ​ທີ່​ກ້​ວາງ​ໃຫຍ່ກວ່າ​ໝູ່​ໃນ​ເກາະ. ​ ຫາດ​ຊາຍ​ຢາຍມີ​ນ້ຳ​ທະ​ເລ​ໃສ ແລະ ຂຽວ​ເຢັນ. ຫາດ​ຊາຍ​ຢາຍຂອງເກາະ​ຟູ້​ກ໋ວກມີ​ທ່າ​ໄດ້​ປຽບ​ແມ່ນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອຍັງ​ບໍ່​ທັນ​ຖືກ​ຜົນ​ສະ​ທ້ອນຫຼາຍຈາກ​ຂະ​ແໜງ​ອຸດ​ສາ​ຫ​ະ​ກຳ​ບໍ່​ມີ​ຄວັນ. ຍ້ອນ​ເຫດນີ້​ເອງ, ໄດ້​ສ້າງ​ຄວາມ​ເປັນ​ເອ​ກະ​ລ​ັກ​ສະ​ເພາະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງຫຼວງຫຼາຍ. ຫາດ​ຊາຍ​ຢາຍຢູ່​ເມືອງ​ເກາະ​ຟູ້​ກ໋ວກ ແມ່ນ​ເຄີຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ສຳ​ນັກ​ຂ່າວ​ສານ ABC News ແມ່ນ​ຢືນ​ອັນ​ດັບ​ໜຶ່ງ​ໃນ​ຈຳ​ນວນ​ຫາດ​ຊາຍ 5 ແຫ່ງ​ທີ່​ສວຍ​ງາມ ແລະ ສະ​ອາດກວ່າ​ໝູ່​ໃນ​ໂລກ. ນອກ​ຈາກຫາດ​ຊາຍ​ຢາຍ​ແລ້ວ, ຫາດ​ຊາຍ​ຊາວ​ແມ່ນນອນ​ຢູ່​ທາງ​ທິດ​ໃຕ້​ຂອງ​ເກາະ. ຫາດ​ຊາຍ​ຊາວ​ຫ່າງ​ຈາກ​ໃຈ​ກາງ​ເທດ​ສະ​ບານ​ເມືອງ​ເຢືອງ​ດົງ, ​ຟູ້​ກ໋ວກ, ກຽນ​ຢາງ​ປະ​ມານ 25 ກິ​ໂລ​ແມັດ. ມາ​ຢ້ຽມ​ຢາມຫາດ​ຊາຍຊາວ ແຂກ​ທ່ອງ​ທ່ຽວ​ຈະຫຼົງ​ໄຫຼກັບ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ຂອງ​ທະ​ເລ​ດ້ວຍ ຫາດ​ຊາຍ​ຂາວ​ຍາວ​ຢຽດ​ຈົນ​ສຸດ​ສາຍ​ຕາ, ນ້ຳ​ທະ​ເລ​ໃສ ແລະ ຂຽວ​ງາມ​ຕະຫຼອດ​ປີ. ຫາດ​ຊາຍ​ຊາວ​ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູ​ດດື່ມສຳ​ລັບ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ ເກາະ​ຟູ້​ກ໋ວກ​ໃນ​ຍາມ​ຮ້ອນ. ມາ​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ສູບ​ເອົາ​ອາ​ກາດ​ທີ່​ປອດ​ໂປ່ງ​ໃນ​ເຂດ​ທະ​ເລ ແລະ ​ປ່າ​ໄມ້ທີ່​ກ້​ວາງ​ໃຫຍ່​ໄພ​ສານ. ນາງ Lilian ແຂກ​ທ່ອງ​ທ່ຽວ​ຊາວ​ໂຮນ​ລັງ ໃຫ້​ຮູ້​ວ່າ :

    “ ຈາກ​ນະ​ຄອນ​ໂຮ່​ຈິ​ມິນ, ພວກ​ຂ້າ​ພະ​ເຈົ້າ​ຂີ່​ເຮືອ​ບິນ​ໄປ​ຍັງເກາະ​ຟູ້​ກ໋ວກ,       ຄ​ວາມ​ປະ​ທັບໃຈ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເກາະ​ມີ​ຫາດ​ຊາຍ​ຂາວ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຢ່ອນ​ອາ​ລົມ​ດ້ວຍ​ການ​ໄປ​ອາບ​ນ້ຳ​ທະ​ເລ ແລະ ຕາກ​ອາ​ກາດເພື່ອ​ຮູ້​ສຶກ​ເຖິງ​ອາ​ກາດ​ທີ່​ດີ​ຢູ່​ແຫ່ງນີ້. ຂ້າ​ພະ​ເຈົ້າ​ມັກ​ໄປ​ທ່ອງ​ທ່ຽວ​ຢູ່​ແຫ່ງນີ້​ທີ່​ສຸດ ”

   ປີ 2016, ແຂວງ​ກຽນ​ຢາງ​ໄດ້​ຮັບ​ເລືອກ​ເປັນ​ຫົວ​ໜ່ວຍ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ຟູ້​ກ໋ວກ - ເຂດ​ທົ່ງ​ພຽງແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽດ​ນາມ​ດ້ວຍ​ຫົວ​ເລື່ອງ : “ ຄົ້ນ​ຫາ​ດິນ​ແດນ​ພາກ​ໃຕ້ ” ແລະ ຟູ້​ກ໋ວກແມ່ນ​ແຫ່ງ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ. ແລະ ກໍ​ໃນ​ປີ​ນີ້, ຟູ້​ກ໋ວກສືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ລະ​ດັບ​ຊາດ, ພາກ​ພື້ນ ແລະ ສາ​ກົນ​ຂະ​ນະ​ທີ່​ມີສາຍການ​ບິນ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນຫຼາຍ​ສາຍ​ໄດ້​    ເຄ​ື່ອນ​ໄຫວຢ່າ​ງ​ຕໍ່​ເນື່ອງ. ທ່ານ​ຮີ່ງກວາງ​ຮຶງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ເກາະ​ຟູ້​ກ໋ວກ​ໃຫ້​ຮູ້ວ​່າ : 

   “ ໃນ​ປະ​ຈຸ​ບັນ, ດ້ວຍ​ສາຍ​ການ​ບິນ​ພາຍ​ໃນ​ປະ​ເທດ​ບາງສາຍເຊັ່ນ: ຮ່າ​ໂນ້ຍ- ຟູ້​ກ໋ວກ, ນະ​ຄອນ​ໂຮ່​ຈິ​ມິນ - ​ຟູ້​ກ໋ວກ, ເກີນ​ເທີ - ​ຟູ້​ກ໋ວກ, ສະ​ເລ່ຍ​ໃນ​ແຕ່​ລະ​ວັນ​ມີ 20 ຫາ 22 ຖ້ຽວ​ບິນ. ປະ​ຈຸ​ບັນ, ພວມ​ພະ​ຍາ​ຍາມ​ເຊື່ອມ​ຕໍ່​ກັບ​ສາຍ​ການ​ບິນ​ສາ​ກົນ​ຄື : ຟູ້​ກ໋ວກ - ສິງ​ກະ​ໂປ, ຟູ້​ກ໋ວກ - ກຳ​ປູ​ເຈຍ, ຟູ້​ກ໋ວກ - ຈີນ, ຟູ້​ກ໋ວກ - ລັດ​ເຊຍ. ໃນ​ປີ 2016 ມີ​ບໍ​ລິ​ສັດ​ການ​ບິນ​ສາ​ກົນຫຼາຍ​ບໍ​ລິ​ສັດ​ໄດ້​ຈົດ​ທະ​ບຽນ ແລະ ເປີດ​ສາຍ​ການ​ບິນ​ໃໝ່ ”

    ເກາະ​ຟູ້​ກ໋ວກ ມີ​ສະ​ພາບ​ແວດ​ລ້ອມ​ທີ່​ໃສ​ສະ​ອາດ, ມີ​ທິວ​ທັດ​ທຳ​ມະ​ຊາດ​ຮົກ​ເຮື້ອ ແລະ ພວມ​ປ່ຽນ​ແປງ ແລະ ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ເທື່ອ​ລະ​ກ້າວ, ຈາກ​ສະ​ໜາມ​ບິນ, ທາງ​ຄົມ​ມະ​ນາ​ຄົມ​ຕະຫຼອກ​ຮອດ​ເຂດ ຣີ​ສອດ ທີ່​ທັນ​ສະ​ໄໝ​ໄດ້​ປະ​ກົດ​ຕົວ​ຢ່າງຫຼ​ວງຫຼາຍ. ປີ 2016 ເກາະ​ຟູ້​ກ໋ວກ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ທີ່​ສຸດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຍ້ອນ​ມີ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ລື​ຊື່, ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ ສາ​ມາດ​ທຽບ​ເທົ່າ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ໂລກ.

ຕອບກັບ