ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ

Chia sẻ
(VOVWORLD) - ຫວຽດນາມ ປາດຖະໜາຢາກແນະນຳເຖິງປະຊາຊົນ ກຳປູເຈຍ ແລະ ເພື່ອນມິດສາກົນກ່ຽວກັບຄວາມງາມຂອງວັດທະນະທຳ ຫວຽດນາມ
ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ - ảnh 1(ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ)

        ຕອນຄ່ຳວັນທີ 21 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ໄດ້ຈັດລາຍການສະແດງສິລະປະ ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ. ສັບປະດາໄດ້ຈັດຂຶ້ນແຕ່ວັນທີ 20 – 25 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ ແລະ ແຂວງ Banteay Meanchey.

        ທີ່ສັບປະດານີ້, ຫວຽດນາມ ປາດຖະໜາຢາກແນະນຳເຖິງປະຊາຊົນ ກຳປູເຈຍ ແລະ ເພື່ອນມິດສາກົນກ່ຽວກັບຄວາມງາມຂອງວັດທະນະທຳ ຫວຽດນາມ, ຜ່ານບັນດາລາຍການສະແດງສິລະປະ, ຮ້ອງລຳທຳເພງທີ່ເປັນມູນເຊື້ອ, ໃນນັ້ນມີຮູບແບບສິລະປະຈຳນວນໜຶ່ງໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ທີ່ພິທີໄຂ, ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:

        “ສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ປີ 2024 ສືບຕໍ່ແມ່ນຂີດໝາຍສຳຄັນໃນການເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີ ແລະ ພັດທະນາການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມີດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງ 2 ປະເທດ”.

ຕອບກັບ