ໄຂງານຕະຫຼາດນັດອຸດສາຫະກຳການຄ້າເຂດ ໄຕບັກ - ດ້ຽນບຽນ

Chia sẻ
(VOVWORLD) - ງານຕະຫຼາດນັດແມ່ນເຫດການສົ່ງເສີມການຄ້າພົ້ນເດັ່ນຂອງເຂດ ໄຕບັກ ເພື່ອແນໃສ່ແນະນຳ ແລະ ໂຄສະນາບັນດາຜະລິດຕະພັນພື້ນເມືອງ
ໄຂງານຕະຫຼາດນັດອຸດສາຫະກຳການຄ້າເຂດ ໄຕບັກ - ດ້ຽນບຽນ - ảnh 1ພິທີໄຂງານຕະຫຼາດນັດ
(ພາບ: qdnd.vn)

        ຕອນຄ່ຳວັນທີ 19 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ສົມທົບກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ຈັດງານຕະຫຼາດນັດອຸດສາຫະກຳການຄ້າເຂດ ໄຕບັກ - ດ້ຽນບຽນ ປີ 2024. ງານຕະຫຼາດນັດດັ່ງກ່າວຈະໄຂຂຶ້ນແຕ່ວັນທີ 19 – 25 ເມສາ, ໂດຍມີຮ້ານວາງສະແດງທີ່ບັນລຸມາດຕະຖານຂອງກວ່າ 300 ວິສາຫະກິດ.

        ງານຕະຫຼາດນັດແມ່ນເຫດການສົ່ງເສີມການຄ້າພົ້ນເດັ່ນຂອງເຂດ ໄຕບັກ ເພື່ອແນໃສ່ແນະນຳ ແລະ ໂຄສະນາບັນດາຜະລິດຕະພັນພື້ນເມືອງ, ເສີມຂະຫຍາຍທ່າແຮງກ່ຽວກັບບັນດາຄຸນຄ່າວັດທະນະທຳໃນຜະລິດຕະພັນທີ່ເປັນມູນເຊື້ອ ເພື່ອສ້າງກຳລັງດຶງດູດຜູ້ບໍລິໂພກ; ຊຸກຍູ້ການເຄື່ອນໄຫວສົ່ງອອກ, ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ.

        ງານຕະຫຼາດນັດດັ່ງກ່າວແມ່ນນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, 115 ປີແຫ່ງວັນສ້າງຕັ້ງແຂວງ ແລະ 75 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ດ້ຽນບຽນ.

ຕອບກັບ