ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45

Chia sẻ
(VOVWORLD) - ວັນທີ 14 ກັນຍາ ທີ່ສຳນັກງານສະຫະປະຊາຊາດ ຢູ່ເຊີແນວ, ປະເທດ ສະວິດ ໄດ້ໄຂກອງປະຊຸມນັດສາມັນສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45, ພາຍໃຕ້ຮູບການປະຊຸມກັບທີ່ ແລະ ທາງອອນລາຍ.
ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45 - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ (ພາບ: TTXVN) 

ກ່າວຄຳເຫັນທີ່ວາລະພົບປະເຈລະຈາກ່ຽວກັບບົດລາຍງານອັບເດດຂອງຂ້າຫລວງໃຫຍ່ສິດທິມະນຸດກ່ຽວກັບຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ສິດທິມະນຸດ, ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນສະພາບການໂລກລະບາດໂຄວິດ-19, ສະໜັບສະໜູນການຮ່ວມມືສາກົນ ແລະ ວິທີສຳຜັດຫລາຍຝ່າຍ ແນໃສ່ຮັບມືກັບໂລກລະບາດ ແລະ ຟື້ນຟູຫຼັງໂລກລະບາດຢ່າງມີປະສິດທິຜົນ. ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນບັນດານະໂຍບາຍສ້າງເສດຖະກິດ - ສັງຄົມໃຫ້ເປັນປົກກະຕິ, ບັນດາມາດຕະການ ແນໃສ່ຫລຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19 ສຳລັບສິດດຳລົງຊີວິດ, ສິດເບິ່ງແຍງດູແລສາທາລະນະສຸກ ແລະ ຫາເງິນລ້ຽງຊີບຂອງປະຊາຊົນ ຫວຽດນາມ ຢ່າງສຸດຂີດ.

ຕອບກັບ