ໂທລະເລກອວຍພອນ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ (31/01/1950  31/01/2020),

  ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ແລກປ່ຽນໂທລະເລກອວຍພອນກັບທ່ານປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການລັດຖະບານ ສປປ.ເກົາຫຼີ Kim Jong Un, ທ່ານນາຍົກລັດຖະມົນຕີ ສປປ.ເກົາຫຼີ Kim Jae Ryong ແລະ ທ່ານປະທານກອງປະຊຸມປະຊາຊົນສູງສຸດ Pak Thae Song.

ໂທລະເລກອວຍພອນ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

        ເນື້ອໃນໂທລະເລກອວຍພອນຂອງການນຳ ຫວຽດນາມ ສົ່ງເຖິງການນຳ ສປປ.ເກົາຫຼີ ມີຕອນຂຽນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນເນື້ອໃນໂທລະເລກອວຍພອນຂອງການນຳ ສປປ.ເກົາຫຼີ ສົ່ງເຖິງການນຳ ຫວຽດນາມ ມີຕອນຂຽນວ່າ: ສປປ.ເກົາຫຼີ ເຊື່ອໝັ້ນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ 2 ປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ໄດ້ແລກປ່ຽນໂທລະເລກອວຍພອນກັບທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Son Gwon ເຊັ່ນດຽວກັນ.

ຕອບກັບ