ໂຄງປະກອບເງິນຈົດທະບຽນລົງທຶນໂດຍກົງຈາກຕ່າງປະເທດພວມມີການ ຫັນປ່ຽນຢ່າງຕັ້ງໜ້າ

Chia sẻ
ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ທຶນຈົດ​ທະບຽນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ບັນລຸ 5 ຕື້ 320 ລ້ານ USD, ​​ພຽງ​ເທົ່າກັບ 68% ​ເມື່ອທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011
ໂຄງປະກອບເງິນຈົດທະບຽນລົງທຶນໂດຍກົງຈາກຕ່າງປະເທດພວມມີການ ຫັນປ່ຽນຢ່າງຕັ້ງໜ້າ - ảnh 1
( ພາບປະກອບ )

( vovworld ) -   ຕາມ​ກະຊວງແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ແລ້ວ, ​ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ທຶນຈົດ​ທະບຽນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ບັນລຸ 5 ຕື້ 320 ລ້ານ USD, ​​ພຽງ​ເທົ່າກັບ 68% ​ເມື່ອທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011 ກໍ​ຕາມ, ​ແຕ່​ການ​ປ່ອຍ​ເງິນ​ບັນລຸ​ລະດັບ 4 ຕື້ 510 ລ້ານ USD ​ເທົ່າ​ທຽມ​ກັບ​ໄລຍະ​ດຽວ​ກັນ​ຂອງ 2 ​ປີຄືນ​ຫຼັງ. ​ໂຄງ​ປະກອບ​ເງິນ​ລົງທຶນ​ມີ​ການ​​ເຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ​ໄປ​ສູ່​ບັນດາ​ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ການ​ຜະລິດ. ຕາມ​ທ່ານ Nguyen The Phuong, ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະເທດ​ເຂົ້າ​ໃນ​ຂົງ​ເຂດ​ອະສັງ​ຫາ​ລິ​ມະ​ຊັບ​ຖືກຫຼຸ​ດລົງຢ່າງ​ແຮງ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ໃນ​ຂະນະ​ນັ້ນ, ອັດຕາ​​ເງິນລົງທຶນ​ເຂົ້າ​ຂົງ​ເຂດ​ອຸດສາຫະກຳ​ປຸ່ງ​ແຕ່ງ, ການ​ຜະລິດ​ເພີ່ມ​ຂຶ້ນ​ເກືອບ 50% ​ໃນ​ປີ 2011. ທ່ານຮອງ​ລັດຖະມົນຕີ Nguyen The Phuong ​ໄດ້​​​ໄຈ້​ແຍກ​ສາຍເຫດ​​ນີ້​ວ່າ.

  “ ​ສາຍເຫດຂອງການ​ຫຼຸດ​ລົງ​ນັ້ນ​ແມ່ນ​ຍ້ອນ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ບັນດາ​​ໂຄງການ​ໃຫຍ່ ​ແຕ່​ບໍ​ມີ​ຈິງ, ບັນດາ​ໂຄງການ​ອະສັງຫາລິມະ​ຊັບ​ບໍ່​ມີ​ຄວາມ​ສາມາດ​ຜັນ​ຂະຫຍາຍ​ຖືກ​ຫຼຸດ​ລົງ​​ແຮງ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້. ນອກຈາກ​ນັ້ນ, ປະ​ຈຸບັນຫວຽດນາມ ພວມ​ສຸມ​ໃສ່​​ການ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ, ​ເພາະສະ​ນັ້ນ ​ໃນ​ເວລາກຳນົດສັ້ນທຶນ​ຈົດ​ທະບຽນ​ກໍ່​ຫຼຸດ​ລົງ ​ແຕ່​ໃນ​ໄລຍະ​ຍາວ​ຄຸນ​ນະພາ​ບ​ຂອງແຫ່ຼງ​ເງິນ​ລົງທຶນຈາກ​ຕ່າງປະ​ເທດ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ຫວຽດນາມ​ ສາມາດດຶງ​ດູດ​ເງິນ​ລົງທຶນ​ໄດ້ຫຼາຍຂຶ້ນ ”.