ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ບັນ​ຫາຫຼາຍ​ຝ່າຍ​​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ

Chia sẻ
(VOVWORLD) - ວັນທີ 01 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ພ້ອມດ້ວຍທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ແລະ ທ່ານເອກອັກຄະລັດຖະທູດ ບັນດາປະເທດ ຝລັ່ງ, ຊູແອັດ, ໂປໂລຍ ແລະ ເຊັກໂກ ໄດ້ມີການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບາງບັນຫາຫຼາຍຝ່າຍລະຫວ່າງ ຫວຽດນາມ ແລະ ອີຢູ.
ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ບັນ​ຫາຫຼາຍ​ຝ່າຍ​​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ - ảnh 1ການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບາງບັນຫາຫຼາຍຝ່າຍລະຫວ່າງ ຫວຽດນາມ ແລະ ອີຢູ (ພາບ: baoquocte.vn)

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບພັດທະນາຢ່າງດີງາມ ແລະ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການສູ້ຊົນໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ (EVIPA), ແກ້ໄຂຂໍ້ຕິດຂັດກ່ຽວກັບບັດເຫຼືອງສຳລັບສິນໃນນ້ຳຂອງ ຫວຽດນາມ ແລະ ການຮັບມືກັບໂລກລະບາດໂຄວິດ - 19 ໃນສະພາບການເຊື້ອໄວຣັດສາຍພັນໃໝ່ມີການຜັນແປຢ່າງສັບສົນ.

        ກ່ຽວກັບກອງປະຊຸມຄັ້ງທີ 10 ສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ເຊິ່ງຄາດວ່າຈະດຳເນີນໃນເດືອນ ມັງກອນ 2022 ຢູ່ນິວຢອກ (ອາເມລິກາ), ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບຸລິມະສິດຂອງຕົນ ແລະ ເຫັນດີໂດຍຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດສະມາຊິກຢັ້ງຢືນຄຳໝັ້ນສັນຍາດ້ານການເມືອງຂອງຕົນຢ່າງແຮງ, ຕີລາຄາສະພາບການປະຕິບັດສົນທິສັນຍາ NPT ແລະ ສະເໜີທິດທາງ, ສ້າງກຳລັງໜູນໃໝ່ແກ່ການຜັນຂະຫຍາຍສົນທິສັນຍາໃນໄລຍະຈະມາເຖິງ. ສອງຝ່າຍກໍເຫັນດີສືບຕໍ່ມີການແລກປ່ຽນ, ສົນທະນາເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ບົນເນື້ອໃນຈິດໃຈເຄົາລົບເຊິ່ງກັນແລະກັນ, ມີເຈດຕະນາດີ ແລະ ຮ່ວມມືກັນໃນບັນດາກົນໄກທີ່ພວມມີຢູ່.

ຕອບກັບ