ແພດໝໍໜຸ່ມກວ່າ 20.000 ຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກເພື່ອສຸຂະພາບຂອງວົງຄະນະຍາດ 2024

Chia sẻ
(VOVWORLD) - ການເຄື່ອນໄຫວ “ແພດໝໍໜຸ່ມອາສາສະໝັກເພື່ອປະຊາຊົນ ຫວຽດນາມ ມີສຸຂະພາບທີ່ແຂງແຮງກວ່າ”, ຈັດຂຶ້ນແຕ່ເດືອນ ພຶດສະພາ ຫາເດືອນ ຕຸລາ 2024
ແພດໝໍໜຸ່ມກວ່າ 20.000 ຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກເພື່ອສຸຂະພາບຂອງວົງຄະນະຍາດ 2024 - ảnh 1(ທີ່ການພົບປະກັບສື່ມວນຊົນ)

        “ແພດໝໍໜຸ່ມກວ່າ 20.000 ຄົນເຂົ້າຮ່ວມການເຄື່ອນໄຫວຂອງແພດໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ອາສາສະໝັກເພື່ອສຸຂະພາບວົງຄະນະຍາດ 2024”. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ການພົບປະກັບສື່ມວນຊົນ, ໂດຍ ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ແລະ ສູນກາງສະມາຄົມແພດໝໍໜຸ່ມ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ.

        ການເຄື່ອນໄຫວ “ແພດໝໍໜຸ່ມອາສາສະໝັກເພື່ອປະຊາຊົນ ຫວຽດນາມ ມີສຸຂະພາບທີ່ແຂງແຮງກວ່າ”, ຈັດຂຶ້ນແຕ່ເດືອນ ພຶດສະພາ ຫາເດືອນ ຕຸລາ 2024, ດ້ວຍເປົ້າໝາຍແມ່ນ, ໃຫ້ຄຳປຶກສາ, ກວດປີ່ນປົວພະຍາດໂດຍກົງ, ໃຫ້ຄຳປຶກສາດ້ານຄວາມຮູ້ກ່ຽວກັບການປ້ອງກັນ, ຕ້ານພະຍາດບໍ່ຕິດແປດ… ທ່ານ ຫງວຽນຫືວຕູ, ຮອງປະທານສະມາຄົມແພດໝໍໜຸ່ມ ຫວຽດນາມ, ໃຫ້ຮູ້ວ່າ:

        “ເພື່ອຮັບປະກັນໃຫ້ມີການເຄື່ອນໄຫວພັດທະນາແບບຍືນຍົງ, ບັນດາສະມາຄົມ, ສະໂມສອນນັກທຸລະກິດໜຸ່ມ, ແພດໝໍໜຸ່ມຢູ່ບັນດາທ້ອງຖິ່ນ ຈະຢ່າງໜ້ອຍສຸດ 1 ໂຄງການໜູນຊ່ວຍໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກເປັນປະຈຳ. ພິເສດແມ່ນມຸ່ງໄປເຖິງເປົ້າໝາຍທີ່ເປັນຊາວຊົນເຜົ່າສ່ວນໜ້ອຍ, ຜູ້ປະສົບກັບຄວາມຫຍຸ້ງຍາກທີ່ຕ້ອງການໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອ”.

        ພິທີເລີ່ມການເຄື່ອນໄຫວຈະຈັດຂຶ້ນໃນວັນທີ 18 ພຶດສະພາ, ຢູ່ ຮ່າໂນ້ຍ.

ຕອບກັບ