ເສດຖະກິດ ຫວຽດນາມ ພວມຄ່ອຍໆຟື້ນຟູ, ຄາດຄະເນໃນປີ 2024 ບັນລຸລະດັບການເຕີບໂຕ 5,5%

Chia sẻ
(VOVWORLD) - ເສດຖະກິດ ຫວຽດນາມ ພວມຄ່ອຍໆມີບັນດາສັນຍານຟື້ນຟູ, ດ້ວຍການຄາດຄະເນການເຕີບໂຕຈະບັນລຸ 5,5% ໃນປີ 2024 ແລະ ຄ່ອຍໆເພີ່ມຂຶ້ນເປັນ 6% ໃນປີ 2025.
ເສດຖະກິດ ຫວຽດນາມ ພວມຄ່ອຍໆຟື້ນຟູ, ຄາດຄະເນໃນປີ 2024 ບັນລຸລະດັບການເຕີບໂຕ 5,5% - ảnh 1ບັນດານັກຊ່ຽວຊານໄດ້ໄຈ້ແຍກສະພາບການເສດຖະກິດໃນບົດລາຍງານອັບເດດຂອງ ຫວຽດນາມ
(ພາບ:Lê Phương/VOV5)

 ເນື້ອໃນນີ້ໄດ້ຍົກອອກມາໃນບົດລາຍງານອັບເດດສະພາບເສດຖະກິດ ຫວຽດນາມ ຜ່ານສິ່ງພິມເດືອນ ເມສາ 2024, ດ້ວຍຫົວຂໍ້ “ຍູ້ແຮງການເລີ່ມຕົ້ນທຸລະກິດນະວັດຕະກຳ” ໂດຍທະນາຄານໂລກ (WB) ປະຈຳ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ.

        ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານ WB ແລ້ວ, ການສົ່ງອອກຂອງ ຫວຽດນາມ ພວມຟື້ນຟູ, ການບໍລິໂພກ ແລະ ລົງທຶນພາກເອກະຊົນຢູ່ພາຍໃນປະເທດກໍ່ພວມຢູ່ໃນທ່າເພີ່ມຂຶ້ນ. ການສົ່ງອອກຄາດວ່າບັນລຸລະດັບເຕີບໂຕ 3,5% ໃນປີ 2024, ສ່ອງແສງໃຫ້ເຫັນຄວາມຕ້ອງການທົ່ວໂລກຄ່ອຍໆໄດ້ຮັບການປົວແປງ. ໃນນັ້ນ, ການສົ່ງອອກບັນດາປະເພດສິນຄ້າອຸດສາຫະກຳປຸງແຕ່ງ ພວມ ແລະ ຈະສືບຕໍ່ຟື້ນຟູໃນສອງປີຈະມາເຖິງ, ອີງໃສ່ການຄາດຄະເນການເຕີບໂຕຄ່ອຍໆ ແລະ ຄວາມຕ້ອງການສົ່ງອອກຂອງບັນດາປະເທດຄູ່ຮ່ວມມືການຄ້າລາຍໃຫຍ່ຄື: ອາເມລິກາ, ເອີລົບ ແລະ ຈີນ. ທ່ານ Andrea Coppola, ນັກຊ່ຽວຊານເສດຖະກິດຂອງ WB ປະຈຳ ຫວຽດນາມ, ເນັ້ນໜັກວ່າ:

        “ເຖິງວ່າທົ່ວໂລກມີບັນດາຄວາມບໍ່ເປັນປົກກະຕິ, ກໍ່ຕາມແຕ່ການເຕີບໂຕຂອງ ຫວຽດນາມ ປີ 2024 ຈະເພີ່ມລະດັບຄວາມໄວ. ເພື່ອບັນລຸໄດ້ການພັດທະນາໄວຄືໄລຍະກ່ອນເກີດໂຄວິດ -19, ຫວຽດນາມ ຄວນມີບັນດານະໂຍບາຍປີການເງິນ ແລະ ເງິນຕາ, ກໍ່ຄືບັນດາການປະຕິຮູບໂຄງປະກອບ ແລະ ປະຕິຮູບນິຕິກຳ. ພາກ ເອກະຊົນຕ້ອງສວມບົດບາດສຳຄັນໃນພື້ນຖານເສດຖະກິດ ຫວຽດນາມ”.

ຕອບກັບ