ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຢຸດຕິການປະທະກັນຢູ່ ເຢແມນ

Chia sẻ
(VOVWORLD) - ວັນທີ 03 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງທຸກຝ່າຍປະທະກັນຢູ່ ເຢແມນ ຢຸດຕິທຸກການບຸກໂຈມຕີທາງອາກາດ ແລະ ທາງບົກ.
ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຢຸດຕິການປະທະກັນຢູ່ ເຢແມນ - ảnh 1ພາບປະກອບ AFP/TTXVN

ໃນຖະແຫຼງການໜຶ່ງ, ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Stephane Dujarric ໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ມີຄວາມວິຕົກກັງວົງຢ່າງເລິກເຊິ່ງຕໍ່ການປະທະກັນທາງບົກ ແລະ ທາງອາກາດທີ່ເກີດຂຶ້ນຢູ່ນະຄອນຫລວງ Sanaa ແລະ ເຂດຕ່າງໆຢູ່ ເຢແມນ ໃນຊຸມວັນຜ່ານມາ. ຕາມໂຄສົກສະຫະປະຊາຊາດແລ້ວ, ບັນດາການປະທະກັນໄດ້ກີດຂວາງລົດຄົນເຈັບສຸກເສີນ ແລະ ບັນດາໜ່ວຍນັກການແພດສຳພັດຜູ້ຖືກບາດເຈັບ, ເຮັດໃຫ້ສາມັນຊົນ ບໍ່ກ້າອອກນອກເພື່ອຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງທຸກຝ່າຍທີ່ເຂົ້າຮ່ວມການປະທະກັນ ຈົ່ງເຄົາລົບບັນດາພັນທະຂອງຕົນ ຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ຕອບກັບ