ເລຂາທິການໃຫຍ່ສປຊBankiMoonຮຽກຮ້ອງປົກປັກຮັກສາວົງການນັກຂ່າວ

Chia sẻ
ວັນ​ທີ 2/11, ເປັນ​ຄັ້ງ​ທຳ​ອິດ ສ​ປ​ຊ ສະ​ເຫຼີມ​ສະຫຼອງ ວັນ​ສາ​ກົນ​ຕໍ່​ສູ້​ຕ້ານ​ບັນ​ດາ​ການ​ກະ​ທ​ຳກໍ່​ໂທດ​ກຳ​​ສຳ​ລັບ​ບັນ​ດາ​ນັກ​ຂ່າວ​ເຊິ່ງບໍ່​ໄດ້​ຮັບ​ການລົງ​ໂທດ
ເລຂາທິການໃຫຍ່ສປຊBankiMoonຮຽກຮ້ອງປົກປັກຮັກສາວົງການນັກຂ່າວ - ảnh 1
ນັກ​ຂ່າວ Steven Sotloff ກ່ອນ​ທີ່​ຖືກ​ປະ​ຫານ​ຊີ​ວິດ
(ພາບ: AFP/TTXVN)

(vovworld) – ວັນ​ທີ 2/11, ເປັນ​ຄັ້ງ​ທຳ​ອິດ ສ​ປ​ຊ ສະ​ເຫຼີມ​ສະຫຼອງ ວັນ​ສາ​ກົນ​ຕໍ່​ສູ້​ຕ້ານ​ບັນ​ດາ​ການ​ກະ​ທ​ຳກໍ່​ໂທດ​ກຳ​​ສຳ​ລັບ​ບັນ​ດາ​ນັກ​ຂ່າວ​ເຊິ່ງບໍ່​ໄດ້​ຮັບ​ການລົງ​ໂທດ. ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ສົ່ງ​ສານ​ເຖິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ວົງ​ການ​ນັກ​ຂ່າວ, ຢືນ​ຢັນ: ຄວາມ​ເສ​ລີ ແລະ ເປີດ​ເຜີຍ​ດ້ານ​ສື່ມວນ​ຊ​ົນຍາມ​ໃດ​ກໍ່​ແມ່ນ​ພື້ນ​ຖານ​ຂອງ​ປາ​ຊາ​ທິ​ປະ​ໄຕ ແລະ ການ​ພັດ​ທະ​ນາ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ເຕື້ອງ​ເຖິງ​ເລື່ອງ ສ​ປ​ຊ ຮັບ​ຮອງ​ເອົາ​ແຜນ​ການ​ເຄື່ອນ​ໄຫວ, ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ຫງົບ ແລະ ສະ​ດວກ​ທີ່​ສຸດ​ໃຫ້​ການ​ເຄື່ອ​ນ​ໄຫວ​ຂອງ​ບັນ​ດາ​ນັກ​ຂ່າວ ແລະ ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ໃນ​ຂະ​ແໜງ​ສື່​ສານ. ຕາມ​ແຜນ​ການ​ດັ່ງ​ກ່າວ​ແລ້ວ, ບໍ່​ມີ​ນັກ​ຂ່າວ​​ຄົນໃດ, ເຮັດ​ວຽກ​ຢູ່ບໍ່​ວ່າ​ແຫ່ງ​ໃດ, ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຄວາມ​ອັນ​ຕະ​ລາຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki Moon ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​ປົກ​ປັກ​ຮັກ​ສາ​ວົງ​ການ​ນັກ​ຂ່າວ. ນີ້​ແມ່ນ​ການ​ກະ​ທ​ຳ​ຈຳ​ເປັນ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ​ໃນ​ທົ່ວ​ໂລກ.