ເຢຍລະມັນຊ່ວຍແຂວງ ຕຽນຢາງ ພັດທະນາສະຫະກອນແບບໃຫມ່

Chia sẻ
(vovworld)-ໃນ​ປີ 2014, ສະຫະພັນ​ສະຫະກອນ​ເຢຍລະ​ມັນ​ຈະ​ຊ່ວຍ​ແຂວງ ຕຽນ​ຢາງ ພັດທະນາ​ເຄືອ​ຂ່າຍ​ສະຫະກອນ

ເຢຍລະມັນຊ່ວຍແຂວງ ຕຽນຢາງ ພັດທະນາສະຫະກອນແບບໃຫມ່ - ảnh 1
ພາບປະກອບ:baomoi.com


(vovworld)- ຕາມ​ທ່ານ ຫງວຽນ​ວັນ​ຮົ່ງ, ປະທານ​ສະຫະພັນສະຫະກອນ​ແຂວງ ຕຽນ​ຢາງ ​ແລ້ວ, ​ໃນ​ປີ 2014, ສະຫະພັນ​ສະຫະກອນ​ເຢຍລະ​ມັນ​ຈະ​ຊ່ວຍ​ແຂວງ ຕຽນ​ຢາງ ພັດທະນາ​ເຄືອ​ຂ່າຍ​ສະຫະກອນ. ຕາມ​ນັ້ນ​ແລ້ວ, ສະຫະພັນ​ສະຫະກອນ​ເຢຍລະ​ມັນ​ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ສະຫະກອນ, ຫນູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ຄຳ​ປຶກສາ, ກອງ​ປະຊຸມ​ສຳ​ມະ​ນາ, ຝືກອົບຮົມ ​ແລະ ຖະ​ແຫລ​ງຂ່າວ ຊ່ວຍ​ຍົກ​ສູງ​ຄວາມ​ຊຳນານ​ງານ​ໃນ​ການ​ເຮັດ​ວຽກ​ຂອງ​ພ​ະນັກ​ງານ​ສະຫະພັນ​ສະຫະກອນ ​ແລະ ບັນດາ​ຫົວຫນ່ວຍ​ກ່ຽວ​ກັບ​ການຈັດ​ຕັ້ງ, ຄຸ້ມ​ຄອງ, ບໍລິຫານ, ກວດ​ສອບ​ບັນຊີ.