ເພີ່ມທະວີແລະປ່ຽນແປງໃໝ່ການນໍາພາຂອງພັກສໍາລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່

Chia sẻ
(VOVWORLD) -ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກໍາມະການສູງກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດມະຕິເລກທີ 25 ກ່ຽວກັບ “ການເພີ່ມທະວີ ແລະ ປ່ຽນແປງໃໝ່ການນໍາພາຂອງພັກສໍາລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”. 

ເພີ່ມທະວີແລະປ່ຽນແປງໃໝ່ການນໍາພາຂອງພັກສໍາລັບວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່ - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ສະເໜີວ່າ ໃນໄລຍະຈະມາເຖິງ, ແນວໂຮມປະເທດຊາດ ຕ້ອງສຸມໃສ່ກໍາແໜ້ນສະພາບການຕົວຈິງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການຕ້ອນຮັບປະຊາຊົນ, ໂອ້ລົມສົນທະນາກັບປະຊາຊົນ, ເຂົ້າຮ່ວມການຕິດຕາມກວດກາ, ຕີລາຄາຄຸນນະພາບຂອງສັງຄົມ. ທ່ານນາງ ເຈືອງທິມາຍ ສະເໜີຕື່ມອີກວ່າ:

        “ລະບົບການເມືອງຂັ້ນຮາກຖານ ແມ່ນສໍາຄັນທີ່ສຸດ. ໃນກໍລະນີ ມີເລື່ອງຮ້ອນເຮັ່ງເກີດຂຶ້ນຢູ່ຂ້ັນຮາກຖານ, ປະຊາຊົນເຕົ້າໂຮມກັນເປັນນັບພັນຄົນ ພວກເຮົາຈະຕ້ອງແກ້ໄຂແນວໃດ. ດ່ັງນັ້ນ, ຕ້ອງເອົາໃຈໃສ່ສ້າງລະບົບການເມືອງແຕ່ຂັ້ນຮາກຖານ,  ຕ້ອງກໍາແໜ້ນສະພາບການຂອງປະຊາຊົນຢ່າງທັນການ, ຊັດເຈນ, ຄົບຖ້ວນ ແລະ ເປັນເຈົ້າການ. ຖ້າເຮັດໄດ້ສິ່ງດັ່ງກ່າວ ແມ່ນພວກເຮົາໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພັກ ເພື່ອແກ້ໄຂບັນດາບັນຫາຂອງປະຊາຊົນ”. 

ຕອບກັບ