ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

Chia sẻ
(VOVWORLD) - ຕອນບ່າຍ ວັນທີ 23 ມັງກອນ ຜ່ານມາ, ທີ່ເຂດບູຊະນີຍະສະຖານປະຫວັດສາດ ກູຈີ (ນະຄອນ ໂຮ່ຈີມິງ), ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ດ້ວຍຫົວຂໍ້: “ຮ່ວມແມ່ຂອງ, ນ້ຳໃຈຮັກແພງອັນເລິກເຊິ່ງ, ຊົມເຊີຍລະດູບານໃໝ່ ປີມະໂລງ 2024” ຖືກຈັດຂຶ້ນ ລະຫວ່າງ ຊາວໝຸ່ມກອງກຳລັງປະກອບອາວຸດ ນະຄອນ ໂຮ່ຈີມິນ ແລະ ບັນດານັກສຶກສາລາວ, ກຳປູເຈຍ ພວມສຶກສາຮ່ຳຮຽນ ທີ່ນະຄອນ ໂຮ່ຈີມິນ.
ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ - ảnh 1ຜູ້ຕາງໜ້າສະຖານກົງສູນໃຫຍ່ ລາວ ແລະ ກຳປູເຈຍ ຖ່າຍຮູບເປັນທີ່ລະນຶກກັບນັກສຶກສາ ລາວ, ກຳປູເຈຍ (ພາບ:  TTXVN)

ເຂົ້າຮ່ວມລາຍການມີຜູ່ຕາງໜ້າ ສະຖານກົງສູນໃຫ່ຍລາວ ແລະ ສະຖານກົງສູນໃຫ່ຍ ກຳປູເຈຍ ປະຈຳ ນະຄອນ ໂຮ່ຈີມິນ; ການນຳກອງບັນຊາການທະຫານເຂດ 7; ບັນດາສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ນັກສຶກສາລາວ, ກຳປູເຈຍ ຫຼາຍກວ່າ 130 ຄົນ ພວມສຶກສາຮ່ຳຮຽນ ທີ່ນະຄອນ ໂຮ່ຈີມິນ.

ລາຍການພົບປະແລກປ່ຽນວັດທະນະທຳ, ບັນດານັກສຶກສາລາວ ແລະ ກຳປູເຈຍ ໄດ້ແບ່ງປັນ ແລະ ເນັ້ນໜັກເຖິງ ເລື່ອງປູ່ຍ່າຕາຍາຍບັນພະບູລຸດຂອງ 3 ປະເທດໄດ້ຄ່ຽງບ່າຄ່ຽງໄຫຼ່, ພ້ອມກັນຕໍ່ສູ້ຍາດເອົາເອກະລາດຂອງຊາດ ແລະ ມາຮອດປັດຈຸບັນ 3 ປະເທດກໍ່ພວມສືບຕໍ່ສາມັກຄີ, ຮ່ວມມືກັນສ້າງສາ, ພັດທະນາແຕ່ລະປະເທດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ. ຍ້ອນແນວນັ້ນ, ໃນປັດຈຸບັນຄົນລຸ້ນປະຈຸບັນ ຂອງ 3 ປະເທດ ເຄົາລົບ ແລະຕັ້ງໃຈປະກອບສ່ວນໄປສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ 3 ປະເທດ ໃຫ້ນັບມື້ນັບແໝ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດນີ້, ກໍ່ຍັງໄດ້ຈັດລາຍການຄອບຄົວ ຫວຽດນາມ ຮັບອຸປະຖຳນັກຮຽນກຳປູເຈຍ 12 ຄົນ ທີ່ພວມສຶກສາຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ.

ຕອບກັບ