ເພີ່ມທະວີການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມຫວຽດນາມ-ອິນເດຍ

Chia sẻ
(VOVWORLD) -ຕອນບ່າຍວັນທີ 04 ມີນາ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການໂອ້ລົມສົນທະນາ, ແລກປ່ຽນລະຫວ່າງຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະ ຄະນະຜູ້ແທນນາຍທະຫານໜຸ່ມກອງທັບອິນເດຍ.

ເພີ່ມທະວີການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມຫວຽດນາມ-ອິນເດຍ - ảnh 1

ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະ

ຄະນະຜູ້ແທນນາຍທະຫານໜຸ່ມກອງທັບອິນເດຍ 

(ພາບ: qdnd.vn)

 ທີ່ການໂອ້ລົມສົນທະນາ, ຄະນະຜູ້ແທນນາຍທະຫານໜຸ່ມອິນເດຍ ໄດ້ຮັບການແນະນຳ, ຊອກຮູ້ກ່ຽວກັບວິທີເຝິກຊ້ອມຖັນແຖວນາຍທະຫານໜຸ່ມຂອງຫວຽດນາມ. 2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບບັນດາຂົງເຂດເຄື່ອນໄຫວດ້ານການທະຫານກວ່າອີກຄື: ການສຶກສາກ່ຽວກັບປະຫວັດສາດ, ມູນເຊື້ອ, ສິລະປະດ້ານການທະຫານ, ບົດຮຽນໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

        ການຢ້ຽມຢາມ, ພົບປະແລກປ່ຽນຢູ່ຫວຽດນາມ ຂອງຄະນະຜູ້ແທນນາຍທະຫານໜຸ່ມອິນເດຍ ດຳເນີນໃນລະຫວ່າງວັນທີ 03 – 09 ມີນາ. ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນນາຍທະຫານໜຸ່ມອິນເດຍ ໄດ້ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈິມິນ, ຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ, ເຂດທັດສະນີຍະພາບບາງແຫ່ງຢູ່ຮ່າໂນ້ຍ.

ຕອບກັບ