ເປັນຄັ້ງທຳອິດເຄື່ອງເຟີນີເຈີໄມ້ ຫວຽດນາມ ເຂົ້າຮ່ວມສັບປະດາອອກແບບ Milan

Chia sẻ
(VOVWORLD) - ຮ້ານວາງສະແດງໄດ້ຄັດເລືອກ ແລະ ວາງສະແດງບັນດາຜະລິດຕະພັນຕົກແຕ່ງພາຍໃນເຮັດຈາກໄມ້ ແລະ ສິລະປະຫັດຖະກຳ ທີ່ເປັນເອກະລັກພິເສດມາຈາກວິສາຫະກິດ 35 ແຫ່ງຂອງ ຫວຽດນາມ.
ເປັນຄັ້ງທຳອິດເຄື່ອງເຟີນີເຈີໄມ້ ຫວຽດນາມ ເຂົ້າຮ່ວມສັບປະດາອອກແບບ Milan - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ
(ພາບ: HAWA Vietnam)

        ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ, ພ້ອມກັບພະນັກງານສະຖານທູດ ໄດ້ໄປຢ້ຽມຢາມຮ້ານວາງສະແດງແຫ່ງຊາດ Vietnam Pavilion ທີ່ເຂົ້າຮ່ວມສັບປະດາອອກແບບ Milan (Milan Design Week) ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດທີ່ມາຈາກຫຼາຍປະເທດ.

        ຮ້ານວາງສະແດງແຫ່ງຊາດ Vietnam Pavilion, ຈັດໂດຍສູນສົ່ງເສີມການຄ້າ ແລະການລົງທຶນນະຄອນ ໂຮ່ຈີມິນ ແລະ ສະມາຄົມເຄື່ອງສິລະປະຫັດຖະກຳ ແລະ ປຸງແຕ່ງໄມ້ນະຄອນ ໂຮ່ຈີມິນ, ໄດ້ເປີດປະຕູຢ່າງເປັນທາງການຕ້ອນຮັບແຂກມາຢ້ຽມຊົມ, ແຕ່ວັນທີ 16 – 21 ເມສາ. ຮ້ານວາງສະແດງໄດ້ຄັດເລືອກ ແລະ ວາງສະແດງບັນດາຜະລິດຕະພັນຕົກແຕ່ງພາຍໃນເຮັດຈາກໄມ້ ແລະ ສິລະປະຫັດຖະກຳ ທີ່ເປັນເອກະລັກພິເສດມາຈາກວິສາຫະກິດ 35 ແຫ່ງຂອງ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ໄດ້ສົ່ງເສີມໃຫ້ບັນດາວິສາຫະກິດ ຫວຽດນາມ ຮ່ວມມືກັນເປັນຢ່າງດີກັບບັນດານັກຊື້ເຄື່ອງອອກແບບຢູ່ ອີຕາລີ ແລະ ເອີລົບ ເພື່ອແຊກຊຶມເຂົ້າຕະຫຼາດ ເອີລົບ, ກໍຄືບັນດາຕະຫຼາດອື່ນຢ່າງເລິກເຊິ່ງກວ່າ.

        ປະຈຸບັນ, ຫວຽດນາມ ແມ່ນປະເທດສົ່ງອອກເຄື່ອງຕົກແຕ່ງພາຍໃນທີ່ເຮັດຈາກໄມ້ໃຫຍ່ທີ 6 ໃນໂລກ.

ຕອບກັບ