ເປີດ​ນໍ​າ​ໃຊ້ປະ​ຕູ​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ ກ່ຽວ​ກັບ FTA ແຫ່ງ​ທຳ​ອິດຂອງ ຫວຽດ​ນາ​ມ

Chia sẻ
(VOVWORLD) -ປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບ FTA ຂອງ ຫວຽດນາມ ໄດ້ນຳເຂົ້າເຄື່ອນໄຫວ ຈະແມ່ນບ່ອນສະໜອງເຄື່ອງມືຄົ້ນຫາທາງອອນລາຍໃຫ້ແກ່ປະຊາຄົມວິສາຫະກິດ ແລະ ບັນດາເປົ້າໝາຍທີ່ມີຄວາມສົນໃຈຕໍ່ຄຳໝັ້ນສັນຍາຂອງບັນດາສັນຍາ FTA ສະບັບຕ່າງໆ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ.
ເປີດ​ນໍ​າ​ໃຊ້ປະ​ຕູ​ຖານຂໍ້​ມູນ​ເອ​ເລັກ​ໂຕ​ນິກ ກ່ຽວ​ກັບ FTA ແຫ່ງ​ທຳ​ອິດຂອງ ຫວຽດ​ນາ​ມ - ảnh 1ທ່ານ ເຈິນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງພິທີເປີດນໍາໃຊ້ ປະຕູຖານຂໍ້ມູນເອເລັກໂຕນິກ ກ່ຽວກັບສັນຍາການຄ້າເສລີ ຂອງ ຫວຽດນາມ (Vietnam FTA Portal – FTAP).

        ປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບ FTA ຂອງ ຫວຽດນາມ ໄດ້ນຳເຂົ້າເຄື່ອນໄຫວ ຈະແມ່ນບ່ອນສະໜອງເຄື່ອງມືຄົ້ນຫາທາງອອນລາຍໃຫ້ແກ່ປະຊາຄົມວິສາຫະກິດ ແລະ ບັນດາເປົ້າໝາຍທີ່ມີຄວາມສົນໃຈຕໍ່ຄຳໝັ້ນສັນຍາຂອງບັນດາສັນຍາ FTA ສະບັບຕ່າງໆ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ ລວມທັງບັນດາຄຳໝັ້ນສັນຍາກ່ຽວກັບພາສີ, ຫຼັກການກ່ຽວກັບຕົ້ນກຳເນີດສິນຄ້າ, ການບໍລິການ ແລະ ການລົງທຶນ ກໍຄືບັນດາຂໍ້ມູນຂ່າວສານທີ່ຈຳເປັນອື່ນໆໃນການແລກປ່ຽນການຄ້າຂອງວິສາຫະກິດ.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ໃນພາກພື້ນ ແລະ ສອງຝ່າຍ ທັງໝົດ 14 ສະບັບ.


ຕອບກັບ