ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມມີ​ຄວາມ​​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ສົ່ງ​ອອກ​ປາຈາ

Chia sẻ
(VOVWORLD) - ວັນທີ 7 ກຸມພາ, ຢູ່ນະຄອນເກິ່ນເທີ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໄດ້ມີການເຮັດວຽກກັບບັນດາທ້ອງຖິ່ນ, ວິສາຫະກິດ ກ່ຽວກັບບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນວິວັດການສົ່ງອອກປາຈາ ຂອງເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໃນໄລຍະຜ່ານມາ.
ເຂດ​ທົ່ງພຽງ​ແມ່​ນໍ້າຂອງ​ທາງ​ພາກ​ໃຕ້​ຫວຽດນາມມີ​ຄວາມ​​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ສົ່ງ​ອອກ​ປາຈາ - ảnh 1 (ພາບປະກອບ: tapchitaichinh.vn)

        ທີ່ກອງປະຊຸມ, ກົມໃຫຍ່ສິນໃນນໍ້າໃຫ້ຮູ້ວ່າ, ເນື້ອທີ່ລ້ຽງປາຈາຢູ່ເຂດທົ່ງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ ບັນລຸ 6.600 ເຮັກຕາ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2018. ປະລິມານການຜະລິດບັນລຸ 1,42 ລ້ານໂຕນ, ວົງເງິນສົ່ງອອກບັນລຸ 2,1 ຕື້ USD, ຫຼຸດລົງກວ່າ 11%. ຄາດວ່າ ປີນີ້ ກໍແມ່ນປີການສົ່ງອອກປາຈາ ຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເພາະວ່າ ຕະຫຼາດຕົ້ນຕໍບາງແຫ່ງພວມຫຼຸດການນໍາເຂົ້າປະເພດສິນຄ້າດັ່ງກ່າວລົງ.

        ຕາມທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ແລ້ວ, ໃນໄລຍະຈະມາເຖິງ, ກົມໃຫຍ່ສິນໃນນໍ້າ ຕ້ອງເພີ່ມທະວີການສົ່ງເສີມການຄ້າໄປຍັງບັນດາຕະຫຼາດເອີຣົບ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ... ທ່ານກ່າວວ່າ:

        “ນີີ້ແມ່ນໂອກາດເພື່ອໃຫ້ພວກເຮົາສ້າງໂຄງປະກອບການຜະລິດຄືນໃໝ່ໃຫ້ສູງກວ່າເກົ່າ; ທີສອງແມ່ນ ເມື່ອເຂົາເຈົ້າຍອມຮັບຄຸນນະພາບການຜະລິດປາຈາຂອງຫວຽດນາມແລ້ວ ຈະມີຫຼາຍວິສາຫະກິດສົ່ງອອກຕື່ມອີກ ແລະ ມີຫຼາຍວິສາຫະກິດຈະໄດ້ຍົກເວັ້ນພາສີສົ່ງອອກ. ນີ້ກໍແມ່ນກໍາລັງໜູນເພື່ອຊຸກຍູ້ໃຫ້ແກ່ການຜະລິດປາຈາຂອງຫວຽດນາມ ດ້ວຍຄວາມສາມາດບົ່ມຊ້ອນແມ່ນໃຫຍ່ຫຼວງທີ່ສຸດ.”

ຕອບກັບ