ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ

Chia sẻ
(VOVWORLD) - ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ.
ຮ່າໂນ້ຍ: ພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ປະເພນີຂອງບັນດາປະເທດ ອາຊີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ
(ພາບ:Nguyễn Việt/TTXVN)

ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງບາງປະເທດ ອາຊີ, ຕອນຄ່ຳວັນທີ 26 ເມສາ, ຢູ່ໂຮງແຮມ ຖັ໋ງເລີ້ຍ, ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ສົມທົບກັບສະຖານທູດ ລາວ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2024 ນີ້, ຈັດລາຍການພົບປະແລກປ່ຽນມິດຕະພາບອວຍພອນບຸນປີໃໝ່ຂອງບາງປະເທດ ອາຊີ.

        ມີຜູ້ແທນກ່ວາ 250 ຄົນມາຈາກບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການສະມາຊິກຂອງສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມລາຍການ. ທ່ານນາງເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຄຳເຜົາ ເອີນທະວັນ, ເນັ້ນໜັກວ່າ: ການພົບປະແລກປ່ຽນແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ, ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ເພື່ອນມິດສາກົນເຂົ້າໃຈເລິກກ່ວາກ່ຽວກັບບຸນປີໃໝ່ປະເພນີທີ່ມີມາແຕ່ດົນນານຂອງແຕ່ລະປະເທດ….

ຕອບກັບ