ຮັບເອົາຄຳເຫັນປະກອບໃສ່ຮ່າງມະຕິກ່ຽວກັບການຜະລິດ ແລະ ສົ່ງອອກປາຈາ

Chia sẻ
ສະມາຄົມ​ປາຈາຫວຽດນາມ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​​ໃສ່ຮ່າງ​ມະຕິ​ກ່ຽວ​ກັບ​ການຜະລິດ ​ແລະ ​ສົ່ງ​ອອກ​ປາຈາ, ​ໃນ​ບັນດາ​ບັນ​ຫາ​ຄື; ລາຄາ​ພື້ນ, ລາຄາ​ວັດຖຸ​ດີບ, ຄ່າ​ສົ່ງ​ອອກ, ຄວາມ​ຮັບ​ຜິດຊອບ​ຂອງ​ອົງການຄຸ້ມ​ຄອງ​ລັດ...
ຮັບເອົາຄຳເຫັນປະກອບໃສ່ຮ່າງມະຕິກ່ຽວກັບການຜະລິດ ແລະ ສົ່ງອອກປາຈາ - ảnh 1
ຈັດ​ຕັ້ງ​ການ​ພົບ​ປະ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​​
ໃສ່ຮ່າງ​ມະຕິ​ກ່ຽວ​ກັບ​ການຜະລິດ ​ແລະ ​ສົ່ງ​ອອກ​ປາຈາ
(ພາບ: thesaigontimes.vn)


(vovworld) -  ຕອນ​ບ່າຍ​ວັນ​ທີ 14/05, ຢູ່​ນະຄອນ​ເກີນ​ເທີ, ສະມາຄົມ​ປາຈາຫວຽດນາມ ​ໄດ້ຈັດ​ຕັ້ງ​ການ​ພົບ​ປະ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​​ໃສ່ຮ່າງ​ມະຕິ​ກ່ຽວ​ກັບ​ການຜະລິດ ​ແລະ ​ສົ່ງ​ອອກ​ປາຈາ, ​ໃນ​ບັນດາ​ບັນ​ຫາ​ຄື; ລາຄາ​ພື້ນ, ລາຄາ​ວັດຖຸ​ດີບ, ຄ່າ​ສົ່ງ​ອອກ, ຄວາມ​ຮັບ​ຜິດຊອບ​ຂອງ​ອົງການຄຸ້ມ​ຄອງ​ລັດ... ມີ​ຫຼາຍ​ຄຳ​ເຫັນ​ໄດ້​ຖື​ວ່າ, ມະຕິ​ຕ້ອງ​ກຳນົດຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ​ຂອງ​ກະຊວງ​ກະສິກຳ ​ແລະ ພັ​ດທະ​ນາ​ຊົນ​ນະ​ບົດ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ​ໃນການ​ຜະລິດ ​ແລະ ສົ່ງ​ອອກ​ປາ​ຈາ. ທ່ານ ຫງວຽນ​ມິນ​ຕວ້າຍ, ຫົວໜ້າ​ພະ​ແນກອຸດ​ສາ​ກະ​ກຳ​ການ​ຄ້າ ນະ​ຄອນ​ເກີນ​ເທີ, ຖື​ວ່າ.

        “​ໃນ​​ໄລ​ຍະ​ຜ່ານ​ມາ, ຂອດ​ຄຸ້ມ​ຄອງ​ຈັດ​ຕັ້ງ​ການບໍລິຫານ​ໃນ​ການຜະລິດ​ປຸງ​ແຕ່ງ​ຍັງ​ບໍ່​ທັນ​ຈະ​ແຈ້ງ. ກະຊວງ​ກະ​ສິກຳ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ມີ​ການ​ຄຸ້ມ​ຄອງຊ້ຳ​ກັນ. ສະ​ນັ້ນ, ຕ້ອງມີ​ການຊັບຊ້ອນ​ຄືນ​ໃໝ່ ​ແລະ ຕ້ອງ​ມີ​ລະບອບ​ຄຸ້ມ​ຄອງ​ຄືນ​ໃໝ່​ເປັນ​ຢ່າງ​ດີ. ​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ມະຕິ​ດັ່ງກ່າວ, ຕາມ​ຂ້າພະ​ເຈົ້າ​ແລ້ວ ກະຊວງ​ກະສິກຳ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ຕ້ອງ​ມີ​ຄວາມຮັບຜິດຊອບ​ແຕ່​ລະ​ພາກສ່ວນ​ວຽກ​ງານ​ຢ່າງລະອຽດ, ກະຈ່າ​ງ​ແຈ້ງ. ​ໃນ​ມະຕິ​ນີ້, ການ​ຜະລິດ ​ແລະ ສົ່ງ​ອອກ​ປາຈາ ຕ້ອງ​​ເພີ່ມ​ການ​ປຸງ​ແຕ່ງ​ຕື່ມອີກ​, ​ເຮັດ​ຄື​ແນວ​ນັ້ນ​ມະຕິ​ຈຶ່ງ​ມີ​ປະ​ໂຫຍ​ດ​ຕົວ​ຈິງ​ເພື່ອ​ຄຸ້ມຄອງ”.

        ຮ່າງ​ມະຕິ​ກ່ຽວ​ກັບ​ການ​ຜະລິດ ​ແລະ ສົ່ງ​ອອກ​ປາຈາ ຊີ້​ແຈ້ງວ່າ, ກະຊວງ​ກະສິກຳ ​ແລະ ພັ​ດທະ​ນາ​ຊົນ​ນະ​ບົດ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິນ​ສ້າງ ​ແລະ ອະນຸມັດ​ແຜນ​ສັງ​ລວມກ່ຽວ​ກັບ​ການ​ລ້ຽງ​ປາຈາ​ໃນ​ທົ່ວ​ປະ​ເທດ.