ອຽກລັງ ຄາດວ່າຈະປະກາດໃຊ້ກົດໝາຍວ່າດ້ວຍສຸກເສີນເພື່ອແນໃສ່ນຳຊາວລີ້ໄພກັບຄືນສູ່ ອັງກິດ

Chia sẻ
(VOVWORLD) - ການກະທຳໃໝ່ນີ້ຂອງລັດຖະບານ ອຽກລັງ ໄດ້ດຳເນີນໄປພາຍຫຼັງທ່ານຮອງນາຍົກລັດຖະມົນຕີ Micheal Martin ໃຫ້ຮູ້ວ່າ: ນະໂຍບາຍ Rwanda ຂອງອັງກິດ “ພວມສົ່ງຜົນກະທ້ອນເຖິງ ອຽກລັງ” ຍ້ອນວ່າຊາວລີ້ໄພມີຄວາມວິຕົກວັງວົນວ່າ ຈະຖືກສົ່ງໄປເຖິງ Rwanda ຖ້າຫາກຢາກຢູ່ ອັງກິດ.
ອຽກລັງ ຄາດວ່າຈະປະກາດໃຊ້ກົດໝາຍວ່າດ້ວຍສຸກເສີນເພື່ອແນໃສ່ນຳຊາວລີ້ໄພກັບຄືນສູ່ ອັງກິດ - ảnh 1(ພາບປະກອບຈາກ AFP/TTXVN)

ລັດຖະບານ ອຽກລັງ ພວມສ້າງແຜນການສົ່ງຊາວລີ້ໄພກັບຄືນສູ່ ອັງກິດ ຕາມກົດໝາຍວ່າດ້ວຍສຸກເສີນໃໝ່ໃນສະພາບການກົດໝາຍ Rwanda ໄດ້ກໍ່ສິ່ງກີດຂວາງກ່ຽວກັບການເພີ່ມທະວີຊາວລີ້ໄພ ໄປຍັງ ອຽກລັງ. ທ່ານ Simon Harris, ນາຍົກລັດຖະມົນຕີ ປະເທດນີ້ໄດ້ຮຽກຮ້ອງໃຫ້ທ່ານນາງລັດຖະມົນຕີກະຊວງຍຸຕິທຳ Helen McEntee ຍື່ນສະເໜີ ບັນດາຂໍ້ສະເໜີແນະຕໍ່ຄະນະລັດຖະບານໃນອາທິດໜ້າ ເພື່ອແນໃສ່ປັບປຸງກົດໝາຍທີ່ພວມປະກາດໃຊ້ກ່ຽວກັບ “ປະເທດທີ 3” ປອດໄພ ແລະ ອະນຸຍາດໃຫ້ບັນດາຜູ້ລີ້ໄພຍື່ນໃບຄຳຮ້ອງຂໍໄດ້ຮັບການປົກປ້ອງຈາກສາກົນ ຖືກ ອຽກລັງ ປະຕິເສດໄດ້ກັບຄືນ ອັງກິດ .

        ການກະທຳໃໝ່ນີ້ຂອງລັດຖະບານ ອຽກລັງ ໄດ້ດຳເນີນໄປພາຍຫຼັງທ່ານຮອງນາຍົກລັດຖະມົນຕີ Micheal Martin ໃຫ້ຮູ້ວ່າ: ນະໂຍບາຍ Rwanda ຂອງອັງກິດ “ພວມສົ່ງຜົນກະທ້ອນເຖິງ ອຽກລັງ” ຍ້ອນວ່າຊາວລີ້ໄພມີຄວາມວິຕົກວັງວົນວ່າ ຈະຖືກສົ່ງໄປເຖິງ Rwanda ຖ້າຫາກຢາກຢູ່ ອັງກິດ.

ຕອບກັບ