ອາໄລຫາບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ໝູ່ເກາະ ເຈື່ອງຊາ

Chia sẻ
ຕອນ​ບ່າຍ​ວັນ​ທີ 16/4, ຢູ່​ເຂດ​ທະ​ເລ​ໂກ​ລີ​ນ, ​ເນື່ອງ​ໃນ​ໂອກາດ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ເມືອງ​ເກາະ ​ເຈື່ອງ​ຊາ, ຄະນະ​ປະຕິບັດ​ງານ​ບັນດາ​ແຂວງ ​ແຄງ​ຮ່ວາ, ຫວິ​ງຟູກ, ດ້ຽນບຽນ ​ແລະ ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ຂອງ​ປະ​ເທ​ດຊາດ
ອາໄລຫາບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ໝູ່ເກາະ ເຈື່ອງຊາ - ảnh 1
ພິທີອາໄລຫາ
(ພາບ: ອີນເຕີເນັດ)

(vovworld) – ຕອນ​ບ່າຍ​ວັນ​ທີ 16/4, ຢູ່​ເຂດ​ທະ​ເລ​ໂກ​ລີ​ນ, ​ເນື່ອງ​ໃນ​ໂອກາດ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ເມືອງ​ເກາະ ​ເຈື່ອງ​ຊາ, ຄະນະ​ປະຕິບັດ​ງານ​ບັນດາ​ແຂວງ ​ແຄງ​ຮ່ວາ, ຫວິ​ງຟູກ, ດ້ຽນບຽນ ​ແລະ ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ຂອງ​ປະ​ເທ​ດຊາດ. ອ່ານ​ສູນ​ທອນ​ພົດ​ໃນ​ພິທີ​ລະນຶກ, ທ່ານ​ພັນ​ເອກ Nguyen Duc Vuong, ຮອງກຳມະການ​ການ​ເມືອງ, ກອງ​ບັນຊາ​ການ​ເຂດ 4 ກອງທັບ​ເຮື​ອ ​ເນັ້ນ​ໜັກ​ວ່າ: ກ່ອນ​ນີ້ 24 ປີ, ​ເມື່ອ​ເດືອນ 3/1988, ຢູ່​ທີ່​ນີ້, ມີ​ພະນັກງານ, ນັກຮົບ​ກອງທັບ​ເຮ​ືອປະຊາຊົນ​ຫວຽດນາມ 64 ຄົນ​ໄດ້​ຕໍ່ສູ້​ຢ່າງ​ອົງອາດ​ກ້າ​ແກ່ນ, ຮັກສາ​ເກາະ​ຢ່າງ​ເດັດດ່ຽວ. ທ່ານ​ພົນ​ເອກ Nguyen Duc Vuong ຢືນຢັນ​ວ່າ​ລຸ້ນສືບ​ທອດຂອງ​​ກອ​ງທັບ​ເຮືອ​ຫວຽດນາມ ຍາມ​ໃດ​ກໍ​ຕັດສິນ​ໃຈປົກ​ປັກ​ຮັກສາ​ໝູ່​ເກາະ ​ເຈື່ອງ​ຊາ, ​ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຜືນ​ແຜ່ນດິນ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ກໍ່ສ້າງ​ເມືອງ​ເກາະ ​ເຈື່ອງ​ຊາ, ​ແຂວງ ​ແຄງ​ຮ່ວາ ກາຍ​ເປັນ​ເມືອງ​ເກາະ​ຮັ່ງມີ, ​ເຂັ້ມ​​ແຂ​ງ, ​ແມ່ນ​ທີ່ຕັ້ງຍຸດ​ທະ​ສາດ​ໃນ​ທະ​ເລ​ຕາ​ເວັນ​ອອກ.