ອາເມລິກາ ແລະ ນາໂຕ ປັບປຸງຄຳໝັ້ນສັນຍາຮ່ວມສຳລັບ ຢູແກຼນ ແລະ ການປ້ອງກັນຕົວລວມໝູ່

Chia sẻ
(VOVWORLD) -  ກ່ອນໜ້ານັ້ນ, ວັນທີ 2 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເພື່ອປຶກສາຫາລືບັນດາບັນຫາສາກົນທີ່ຮ້ອນເຮັ່ງ.
ອາເມລິກາ ແລະ ນາໂຕ ປັບປຸງຄຳໝັ້ນສັນຍາຮ່ວມສຳລັບ ຢູແກຼນ ແລະ ການປ້ອງກັນຕົວລວມໝູ່ - ảnh 1ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO)
(ພາບ:NATO)

ວັນທີ 3 ເມສາ, ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ພົບປະກັບທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO) ກ່ອນທີ່ຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ NATO. ສອງຝ່າຍໄດ້ປຶກສາຫາລືບັນດາບຸລິມະສິດຫຼັກແຫຼ່ງຂອງກອງປະຊຸມສຸດຍອດ NATO ຢູ່ ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ, ໃນເດືອນ ກໍລະກົດ ຈະມາເຖິງ, ລວມມີການປັບປຸງຄຳໝັ້ນສັນຍາລວມສຳລັບ ຢູແກຼນ, ເພີ່ມທະວີຄູ່ຮ່ວມມື ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ NATO ແລະ ສະຫະພາບເອີລົບ (EU) ກໍ່ຄືປັບປຸງຄຳໝັ້ນສັນຍາການປ້ອງກັນລວມໝູ່. ສອງຝ່າຍກໍ່ເນັ້ນໜັກກຳລັງແຮງຂອງ NATO ດ້ວຍການເຂົ້າຮ່ວມຂອງ ແຟງລັງ ແລະ ຊູແອັດ ກໍ່ຄືການເພີ່ມທະວີການລົງທຶນຈາກບັນດາປະເທດພັນທະມິດ.

        ກ່ອນໜ້ານັ້ນ, ວັນທີ 2 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເພື່ອປຶກສາຫາລືບັນດາບັນຫາສາກົນທີ່ຮ້ອນເຮັ່ງ. ນະທີ່ນີ້, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງສຳລັບ ຢູແກຼນ ໃນການປະທະກັນກັບ ລັດເຊຍ ແລະ ເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຫຼີກລ້ຽງການປະທະກັນທີ່ອາດຈະແຜ່ລາມກ້ວາງຂວາງຢູ່ເຂດ ກາຊາ, ລວມທັງການປະທະກັນຢູ່ລີບັງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານປະທານາທິບໍດີ ຝລັ່ງ ກໍ່ໄດ້ປຶກສາຫາລືບັນດາສິ່ງທ້າທາຍຈາກຈີນ ແລະ ຄວາມມານະພະຍາຍາມເພື່ອແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.

ຕອບກັບ