ອາເມລິກາ ຈະຖອນຕົວອອກຈາກສົນທິສັນຍາຂ້າຂາຍອາວຸດສາກົນສະຫະປະຊາຊາດ

Chia sẻ
(VOVWORLD) - ວັນທີ 26 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແຈ້ງການວ່າ ອຳນາດການປົກຄອງຂອງທ່ານຈະຢຸດຕິການໃຫ້ສັດຕະຍາບັນສົນທິສັນຍາຂ້າຂາຍອາວຸດສາກົນຂອງສະຫະປະຊາຊາດ (UNATT) ແລະ ຈະຖອນ ອາເມລິກາ ອອກຈາກສົນທິສັນຍາສະບັບນີ້

 ເມື່ອຖືວ່າ ສົນທິສັນຍາສະບັບນີ້ແມ່ນ “ຜິດພາດຢ່າງຮ້າຍແຮງ” ແລະ ແມ່ນໄພນາບຂູ່ສຳລັບຄວາມເປັນອິດສະຫຼະພາບຂອງ ອາເມລິກາ. ແຈ້ງການດັ່ງກ່າວຂອງທ່ານປະທານາທິບໍດີ Donald Trump ຖືກຍົກອອກມາທີ່ກອງປະຊຸມປະຈຳປີຂອງສະຫະສະມາຄົມປືນຍາວແຫ່ງຊາດ (NRA) ເຊິ່ງໄດ້ຈັດຕັ້ງຢູ່ Indianapolis, ລັດ Indiana. ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໃຫ້ຮູ້ວ່າ ສະຫະປະຊາຊາດຈະໄດ້ຮັບແຈ້ງການຢ່າງເປັນທາງການກ່ຽວກັບເລື່ອງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາສະບັບນີ້ໂດຍໄວ.

ຕອບກັບ