ອາເມລິກາ ຈັດວາງມາດຕະການລົງໂທດທະນາຄານ ລັດເຊຍ ຍ້ອນໄດ້ໜູນຊ່ວຍລັດຖະບານ ເວເນຊູເອລາ

Chia sẻ
(VOVWORLD) - ທະນາຄານ Evrofinance Mosnarbank ໄດ້ຮັບການສ້າງຕັ້ງແຕ່ປີ 2011, ໂດຍບັນດາທະນາຄານໃຫຍ່ຢູ່ລັດເຊຍ ກວມເອົາ 50% ຫຸ້ນສ່ວນ ແລະ ກອງທຶນພັດທະນາແຫ່ງຊາດຂອງ ເວເນຊູເອລາ ກວມເອົາ 49% ຫຸ້ນສ່ວນ.
ອາເມລິກາ ຈັດວາງມາດຕະການລົງໂທດທະນາຄານ ລັດເຊຍ ຍ້ອນໄດ້ໜູນຊ່ວຍລັດຖະບານ ເວເນຊູເອລາ - ảnh 1ທະນາຄານ Evrofinance Mosnarbank (ພາບ: Havana Times)

ວັນທີ 11 ມີນາ, ກະຊວງການເງິນ ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບທະນາຄານ Evrofinance Mosnarbank, ທີ່ມີສຳນັກງານຕັ້ງຢູ່ ລັດເຊຍ ແລະ ເວເນຊູເອລາ ກຳມະສິດສ່ວນໜຶ່ງ, ດ້ວຍຄຳກ່າວຫາວ່າ ໄດ້ໜູນຊ່ວຍລັດຖະບານຂອງທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ແລະ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ເວເນຊູເອລາ (PDVSA). ໃນແຈ້ງການໜຶ່ງ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ຊີ້ແຈ້ງວ່າ: ເລື່ອງ ອາເມລິກາ ຈັດວາງມາດຕະການລົງໂທດທະນາຄານ Evrofinance Mosnarbank ໄດ້ສະແດງໃຫ້ເຫັນ ວໍຊິງຕັນ ຈະມີການກະທຳຕ້ານຄືນບັນດາອົງການການເງິນຕ່າງປະເທດທີ່ສະໜັບສະໜູນລັດຖະບານຂອງທ່ານປະທານາທິບໍດີ Maduro. ທະນາຄານ Evrofinance Mosnarbank ໄດ້ຮັບການສ້າງຕັ້ງແຕ່ປີ 2011, ໂດຍບັນດາທະນາຄານໃຫຍ່ຢູ່ລັດເຊຍ ກວມເອົາ 50% ຫຸ້ນສ່ວນ ແລະ ກອງທຶນພັດທະນາແຫ່ງຊາດຂອງ ເວເນຊູເອລາ ກວມເອົາ 49% ຫຸ້ນສ່ວນ.

ຕອບກັບ