ໃນກອງປະຊຸມປຶກສາຫາລື, ຈີນ ໄດ້ຢັ້ງຢືນຄືນການສະໜັບສະໜູນສຳລັບບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ພ້ອມທັງສະໜັບສະໜູນ ອາຊຽນ ສວມບົດບາດໃຫຍ່ກວ່າໃນບັນດາບັນຫາພາກພື້ນ. ຈີນ ເນັ້ນໜັກວ່າ ປັກກິ່ງ ສືບຕໍ່ໃຫ້ບຸລິມະສິດສູງແກ່ການພົວພັນກັບ ອາຊຽນ ຄືດັ່ງເປັນສ່ວນໜຶ່ງຂອງນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ.
ສອງຝ່າຍປຶກສາຫາລືກ່ຽວກັບຫົວຂໍ້ຮ່ວມມືປີ 2024 ນັ້ນແມ່ນ “ປີພົບປະແລກປ່ຽນປະຊາຊົນ ອາຊຽນ - ຈີນ”. ມີຫຼາຍໂຄງການ ແລະ ກິດຈະກຳ ໄດ້ ແລະ ຈະໄດ້ຜັນຂະຫຍາຍໃນປີນີ້ ຢູ່ ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ. ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ແລະ ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ທີ່ຈະມາເຖິງ.