ອອກສະເໜີຕົວສະໂມ ສອນຊາວຫວຽດນາມ ຢູ່ຈຳປາສັກດຳລົງ ຊີວິດຢູ່ວຽງຈັນ

Quốc Khánh
Chia sẻ
(vovworld)-ຕອນ​ຄ່ຳວັນ​ທີ 14/11, ຢູ່​ວຽງ​ຈັນ, ສະ​ໂມ​ສອນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຈຳປາ​ສັກ ດຳລົງ​ຊີວິດຢູ່​ວຽງ​ຈັນ ​ໄດ້​ຈັດ​ພິທີ​ອອກ​ສະ​ເໜີ​ຕົວ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ສະມາຊິກກ່ວາ 400 ຄົນ.

ອອກສະເໜີຕົວສະໂມ ສອນຊາວຫວຽດນາມ ຢູ່ຈຳປາສັກດຳລົງ ຊີວິດຢູ່ວຽງຈັນ - ảnh 1

(ພາບ: Quoc Khanh)

 (vovworld)-ຕອນ​ຄ່ຳວັນ​ທີ 14/11, ຢູ່​ວຽງ​ຈັນ, ສະ​ໂມ​ສອນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຈຳປາ​ສັກ ດຳລົງ​ຊີວິດຢູ່​ວຽງ​ຈັນ ​ໄດ້​ຈັດ​ພິທີ​ອອກ​ສະ​ເໜີ​ຕົວ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ສະມາຊິກກ່ວາ 400 ຄົນ. ກ່າວ​ຄຳ​ເຫັນ​ພິທີ, ທ່ານ​ຫງວຽນ​ວັນ​ຕູ ຮອງ​ປະທານ​ສະ​ໂມ​ສອນຊາວ​ຫວຽດນາມ​​ຢູ່​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ສ້າງຕັ້ງສະ​ໂມ​ສອນ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ປະຊາ​ຄົມ, ສ້າງ​ກອງ​ທຶນ​ເພື່ອຄົນ ທຸກ​ຍາກ ​ແລະ ກອງ​ທຶນ​ສົ່ງ​ເສີມ​ການ​ຮ່ຳຮຽນ​​ເພື່ອ​ໃຫ້ທຸກ​ຄົນ​ພ້ອມ​ກັນ​ພັດທະນາ​ກ້າວ​ຂຶ້ນ. ບັນດາ​ສະ​ໂມ​ສອນ​ຄື​ແນວ​ນັ້ນຈະ​ປະກອບສ່ວນ​ຮັກສາ​ສີ​ສັນ​ວັດທະນະທຳຊົນ​ເຜົ່າ​ຫວຽດນາມ, ຮັກສາ​ສຽງ​ເວົ້າ, ຕົວ​ໜັງ​ສື ​ແລະ​ ຮີດຄອງ​ປະ​ເພນີ​ຂອງ​ບ້ານ​ເກີດ​ເມືອງ​ນອນ.

   ທີ່​ພິທີ, ສະ​ໂມສອນ​​ລະດົມ​ໄດ້ຈຳນວນເງິນ​​ປະມານ 3,5 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ສົ່ງ​ເສີມ​ການ​ຮ່ຳຮຽນ, ພັດທະນາ​ວິຊາ​ຊີບ​ໃຫ້​ແກ່​ລູກ​ຫຼານ​ຂອງ​ສະມາຊິກ​ຜູ້​ທຸກ​ຍາກ./.