ອີຣານຊຸກຍູ້ບັນດາ ປະເທດມະຫາອຳນາດ ລົບລ້າງຄຳສັ່ງລົງໂທດ ທັງໝົດ

Chia sẻ
(vovworld)- ​ ວັນ​ທີ 28/10, ທ່ານ Majid Takht e Ravanchi ນັກ​ເຈລະຈານິວ​ເຄຼຍອີຣານ, ຮອງ​ລັດຖະມົນຕີ​ຮັບຜິດຊອບ​ບັນດາ​ບັນຫາ​ເອີ​ລົບ-ອາ​ເມ​ລິ​ກາ ຖື​ວ່າ, ການ​​ເຈລະຈາ​ນິວ​ເຄຼຍລະຫວ່າງ​ເຕ​ເຮຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ....

ອີຣານຊຸກຍູ້ບັນດາ ປະເທດມະຫາອຳນາດ ລົບລ້າງຄຳສັ່ງລົງໂທດ ທັງໝົດ - ảnh 1

(ພາບ: AFP/ TTXVN)

(vovworld)- ​ ວັນ​ທີ 28/10, ທ່ານ Majid Takht e Ravanchi ນັກ​ເຈລະຈານິວ​ເຄຼຍອີຣານ, ຮອງ​ລັດຖະມົນຕີ​ຮັບຜິດຊອບ​ບັນດາ​ບັນຫາ​ເອີ​ລົບ-ອາ​ເມ​ລິ​ກາ ຖື​ວ່າ, ການ​​ເຈລະຈາ​ນິວ​ເຄຼຍລະຫວ່າງ​ເຕ​ເຮຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຄື: ກຸ່ມ P5+1 (5 ປະ​ເທດ​ສະພາ​ຊິກ​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ ສປຊ ລວມມີ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ, ຝະລັງ ​ແລະ ​ເຢຍລະ​ມັນ) ຕ້ອງ​ພາ​ໄປ​ເຖິງ​ການ​ລົບ​ລ້າງ​ມາດ​ຕະການ​ລົງ​ໂທດທັງ​ໝົດ ​ແນ​ໃສ່​ປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມນີ້. ທ່ານ Majid Takht e Ravanchi ຢືນຢັນ​ວ່າ, ​ເຕ​ເຮຣານຈະ​ບໍ່​ຍອມຮັບ​ການລົບລ້າງ​ກໍ່​ຄື​ແບ່ງ​ແຍກບັນດາ​ມາດ​ຕະການລົງ​ໂທດ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ເມືອງ. ທ່ານ​ຜູ້​ນີ້​ເນັ້ນໜັກ​ວ່າ, ຝ່າຍ​ຕາວັນ​ຕົກ​ຕ້ອງ​ລົບ​ລ້າງ​ບັນດາ​ດາ​ມາດ​ຕະການ​ລົງ​ໂທດ​ອີຣານ ທັງ​ໝົດ. ທ່ານ​ຕິ​ຕີ​ຕິຕຽນ​ຝ່າ​ຍຕາ​ເວັນ​ຕົກ​ທີ່ໄດ້​ຍົກ​ອອກ​ຄຳ​ຮຽກຮ້ອງ​ບໍ່​ເໝາະ​ສົມ​ໃນ​ການ​ເຈລະຈາ​ແກ້​ໄຂ​ບັນດາ​ຫາ​ນິ​ເຄຼຍ. ທ່ານ Majid Takht e Ravanchi ຢືນຢັນ​ວ່າ, ​ເຕ​ເຮຣານ ບໍ່​ຊອກ​ຫາ​ວິທີ​ແກ່ຍາວ​ການ​ເຈລະຈາ ​ແລະ ພວມ​ພະຍາຍາມ​ບັນລຸ​ຂໍ້​ຕົກລົງ​ຮອບດ້ານ​ກັບ P5+1 ກ່ອນ​ເວລາ​ສຸດ​ທ້າຍ​ໃນ​ວັນ​ທີ 24/11 ຈະ​ມາ​ເຖິງ./.