ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ຖືວ່າ “ນີ້ແມ່ນຈຸດເວລາປະຫວັດສາດ”, ໃນຂະນະທີ່ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ຢັ້ງຢືນວ່າ ສັນຍາ FTA ສະບັບນີ້ ແມ່ນສັນຍາທີ່ມີຄຸນນະພາບສູງ ແລະ ຮອບດ້ານ.
ຂໍ້ຕົກລົງນີ້ ຈະຍົກເລີກພາສີອາກອນທັງໝົດສຳລັບສິນຄ້າ ອີຢູ ທີ່ສົ່ງອອກໄປຍັງ ນິວຊີແລນ ແລະ ເປີດປະຕູຕະຫຼາດການບໍລິການ ນິວຊີແລນ ໃນບັນດາຂົງເຂດຫຼັກແຫຼ່ງຄື: ການເງິນ, ໂທລະຄົມມະນາຄົມ, ການຂົນສົ່ງທາງທະເລ ແລະ ການຈຳໜ່າຍ. ທ່ານປະທານ EC ເນັ້ນໜັກວ່າ ສັນຍາສະບັບດັ່ງກ່າວ ໝັ້ນໝາຍວ່າ ຈະຍົກວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຕື່ມອີກ 30% ໃນຮອບເວລາ 1 ທົດສະວັດ ແລະ ຊ່ວຍໃຫ້ການສົ່ງອອກສິນຄ້າໃນແຕ່ລະປີຂອງ ອີຢູ ໄປຍັງ ນິວຊີແລນ ບັນລຸມູນຄ່າ 4,5 ຕື້ ເອີໂຣ. ນອກຈາກນັ້ນ, ການລົງທຶນຂອງ ອີຢູ ເຂົ້າ ນິວຊີແລນ ກໍ່ອາດຈະເພີ່ມຂຶ້ນເຖິງ 80%.
ສັນຍາສະບັບດັ່ງກ່າວ ໄດ້ຍື່ນສະເໜີຕໍ່ລັດຖະສະພາເອີຣົບ (EP) ເພື່ອໃຫ້ສັດຕະຍາບັນ ແລະ ຈະມີຜົນສັກສິດພາຍຫຼັງໄດ້ໃຫ້ສັດຕະຍາບັນຢູ່ທັງ ອີຢູ ແລະ ນິວຊີແລນ.