ອິນໂດເນເຊຍ ມີຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ເຮືອງ​ຈາ, ນັກຂ່າວ VOV ປະ​ຈຳ ອິນ​ໂດ​ເນ​ເຊຍ
Chia sẻ
(VOVWORLD) - ວັນທີ 06 ພຶດສະພາ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ໃນທ່າມກາງທົ່ວໂລກພວມຮັບມືກັບໂລກລະບາດໂຄວິດ-19. 
ອິນໂດເນເຊຍ ມີຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1 ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi

ທີ່ກອງປະຊຸມຂ່າວທາງອອນລາຍກັບສື່ມວນຊົນຕ່າງປະເທດ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ: ອິນໂດເນເຊຍ ສືບຕໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ.

        “ອິນໂດເນເຊຍ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກ, ເຂດທີ່ມີຄວາມເຄັ່ງຕຶງອາດຈະເພີ່ມຂຶ້ນ, ໃນຂະນະທີ່ຕ້ອງການມີຄວາມມານະພະຍາຍາມຢ່າງຮີບດ່ວນຂອງທົ່ວໂລກ ເພື່ອປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ອິນໂດເນເຊຍ ໄດ້ເນັ້ນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ສິ່ງດັ່ງກ່າວ ລວມມີການຮັບປະກັນຄວາມເສລີໃນການເດີນເຮືອ ແລະ ການບິນ ແລະ ສົ່ງເສີມບັນດາຝ່າຍທັງໝົດ ຈົ່ງເຄົາລົບກົດໝາຍວ່າດ້ວຍການເດີນເຮືອສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

        ຄຳຮຽກຮ້ອງຂອງ ອິນໂດເນເຊຍ ໄດ້ຍົກອອກມາໃນສະພາບການທີ່ທົ່ວໂລກພວມຮັບມືກັບໂລກລະບາດໂຄວິດ-19 ແຕ່ ຈີນ ພັດມີບັນດາການກະທຳລະເມີດອະທິປະໄຕຢູ່ທະເລຕາເວັນອອກຢ່າງຕໍ່ເນື່ອງ ແລະ ຊຸກຍູ້ບັນດາຄຳຮຽກສິດໄຮ້ເຫດຜົນ.

 

 

ຕອບກັບ