ຫາຍຟ່ອງກຽມພ້ອມໃຫ້ແກ່ປີ ທ່ອງທ່ຽວ 2013

Chia sẻ

ຫາຍ​ຟ່ອງກຽມພ້ອມ​​ໃຫ້​ແກ່​ປີ​ທ່ອງ​ທ່ຽວ 2013

ຫາຍຟ່ອງກຽມພ້ອມໃຫ້ແກ່ປີ ທ່ອງທ່ຽວ 2013 - ảnh 1

ນະຄອນ​ຫາຍ​ຟ່ອງ

(ພາບ:vanminhsonghong.gov.vn)

(vovworld): ນະຄອນ​ຫາຍ​ຟ່ອງ ພວມ​ຢູ່​​ໃນທ່າມກາງ​ບັນ​ຍາດ​ກາດຂອງ​ເຫດການ​ປະກາດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ດ້ວຍ​ຄວາມ​ເຊື່ອໝັ້ນ, ຄວາມ​ປະ​ເອີ​ບ​ໃຈ ​ແລະ ຈິດ​ໃຈ​ເປັນ​ເຈົ້າການສູງສຸດ. ປີ​ນີ້, ນະຄອນ​ຫາຍ​ຟ່ອງ ​ເລືອກ​ເອົາ​ຫົວ​ເລື່ອງ “ການທ່ອງທ່ຽວ ​ແລະ ຕົວ​ເມືອງ“ ​ເພື່ອ​ແນ​ໃສ່​ສ້າງ​ການ​ບຸກທະລຸ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. ​ເພື່ອ​ຈັດຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ​ໃຫ້ສຳ​ເລັດ​ຜົນ​ນັ້ນ, ທາງ​ນະຄອນ​ໄດ້​ສຸ​ມໃສ່​ລົງທຶນ​ເຂົ້າ​ໃນ​ບັນດາ​ໂຄງການ, ຍົກ​ລະດັບ, ບູລະນະ​ທັດ​ທັດສະນີ​ຍະ​ພາບໃນ​ເຂດ​ຕົວ​ເມືອງ, ປົວ​​ແປງ​ສິ່ງ​ແວດ​ລ້ອມ​ການທ່ອງທ່ຽວ​ດ້ວຍ​ຈຸ​ດໝາຍ​ສ້າງ​ພາບ​ພົດ​ຫາຍ​ຟ່ອງ ທີ່​ທັນ​ສະ​ໄໝ, ສີວິ​ໄລ, ສະໜິດສະໜົມ​ທີ່​ສຸດ. ທ່ານ​ເລ​ວັນ​ຕຽນ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ຫຸ້ນ​ສ່ວນ​ກຸ່ມ​ບໍລິສັດ​ຫວຽດນາມ-​ອົດ​ສະ​ຕາ​ລີ, ຊື່​ງ​ແມ່ນຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ​ເສັ້ນທາງ 356 ຖື​ວ່າ:

  “ເສັ້ນທາງ 356 ​ແມ່ນ​ເສັ້ນທາງຄົມມະນາຄົມຕົ້ນຕໍຂອງ​ທ່າ​ກຳ​ປັ່ນ​ດິ່ງ​ຫວູ໋, ທ່າກຳ​ປັ່ນ​ຫາຍ​ຟ່ອງ. ນິ້​ແມ່ນ​ເສັ້ນທາງທີ່​ຄະນະ​ກຳມະການ​ປະຊາຊົນ​ນະຄອນມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ​ບັນດາ​ຂະ​ແໜງ​ການ​ກໍ່​ໄດ້ພ້ອມ​ກັນ​ປະຕິບັດ. ສະນັ້ນ, ​ເມື່ອ​ດຳ​ເນີນ​ການ​ກໍ່ສ້າງ​ເສັ້ນທາງ​ນີ້, ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທຸກ​ຢ່າ​ງ.. ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ສຳ​ເລັດຖືກ​ຕາມ​ກຳນົດ​ເວລາ, ນີ້​ແມ່ນ​​ເສັ້ນທາງໄດ້​ຮັບ​ການກໍ່ສ້າງ ​ແລະ ຊີ້​ນຳ​ການ​ກໍ່ສ້າງ​​ທີ່ເປັນແບບຢ່າງ​ຂອງ​ຫາຍ​ຟ່ອງ“.