ຫວຽດນາມມີພະຍານຫລັກຖານປະຫວັດສາດແລະນິຕິກຳເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ

Chia sẻ
(VOVWORLD) -ຫວຽດນາມໄດ້ສົ່ງຈົດໝາຍທາງການເຖິງ ສປຊ ແມ່ນວຽກງານທຳມະດາເພື່ອສະແດງໃຫ້ເຫັນຫລັກໝັ້ນ ແລະປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຖືກຕາມກົດໝາຍຂອງຫວຽດນາມ. 

ຫວຽດນາມມີພະຍານຫລັກຖານປະຫວັດສາດແລະນິຕິກຳເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ - ảnh 1 ທ່ານ ໂງຕວານທັງ, ຮອງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ພາບ:baoquocte

ທີ່ການຖະແຫລງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມໃນວັນທີ 23 ເມສາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍໃຫ້ຮູ້ ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງ ຈີນສົ່ງຈົດໝາຍທາງການເຖິງ ສປຊ ໃນວັນທີ 17ເມສາ ເພື່ອຍົກໃຫ້ເຫັນຄຳຮຽກສິດຢູ່ທະເລຕາເວັນອອກ, ທ່ານ ໂງຕວານທັງ, ຮອງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:

ວັນທີ 9 ເມສາປີ 2020 ຫວຽດນາມໄດ້ສົ່ງຈົດໝາຍທາງການເຖິງ ສປຊ ແມ່ນວຽກງານທຳມະດາເພື່ອສະແດງໃຫ້ເຫັນຫລັກໝັ້ນ ແລະປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຖືກຕາມກົດໝາຍຂອງຫວຽດນາມ. ເລື່ອງຈີນ ມີຈົດໝາຍທາງການໂດຍຍົກໃຫ້ເຫັນບັນດາຄຳຮຽກສິດອະທິປະໄຕໄຮ້ເຫດຜົນສຳລັບໝູ່ເກາະຮ່ວາງຊາ ແລະເຈື່ອງຊາ ບໍ່ສອດຄ່ອງກັບກົດໝາຍສາກົນແລະພ້ອມກັບບັນດາຄຳຮຽກສິດຢູ່ທະເລຕາເວັນອອກ ແມ່ນໄປຝືນກັບຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ວັນທີ 30 ມີນາປີ 2020 ຫວຽດນາມມີຈົດໝາຍທາງການສົ່ງເຖິງສປຊ ເພື່ອປະຕິເສດບັນດາຄຳຮຽກສິດນັ້ນ.

ຫວຽດນາມຢັ້ງຢືນເປັນຫລາຍເທື່ອແລ້ວ:ຫວຽດນາມມີພະຍານຫລັກຖານປະຫວັດສາດແລະນິຕິກຳຢ່າງ ຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ. ຫວຽດນາມ ຖືວ່າ ທຸກປະເທດ ຕ້ອງມີພັນທະ ແລະຜົນປະໂຫຍດລວມໃນການເຄົາລົບບັນດາຫລັກການພື້ນຖານຂອງກົດໝາຍສາກົນ. ທຸກການກະທຳກໍ່ຜົນສະທ້ອນເຖິງອະທິປະໄຕຫວຽດນາມສຳລັບສອງໝູ່ເກາະດັ່ງກ່າວ, ອຳນາດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມສຳລັບເຂດທະເລຂອງຕົນແມ່ນບໍ່ມີຄຸນຄ່າ, ບໍ່ໄດ້ຮັບການຮັບຮູ້ ແລະ ຫວຽດນາມ ເດັດດ່ຽວຄັດຄ້ານ.

ຕອບກັບ