ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມ ABAC III ຢູ່ການາດາ

Chia sẻ
(VOVWORLD) - ບັນດາການເຄື່ອນໄຫວໃນຂອງເຂດກອງປະຊຸມສະພາທີ່ປຶກສາວິສາຫະກິດ APEC ຄັ້ງທີ 3 (ABAC III) ສືບຕໍ່ດຳເນີນໄປໃນວັນທີ 25 ກໍລະກົດ ຢູ່ນະຄອນ Toronto, ປະເທດ ການາດາ. 
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມ ABAC III  ຢູ່ການາດາ - ảnh 1 ພາບປະກອບ

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຮ່ວາງວັນຢູ້ງ, ປະທານ ABAC ຫວຽດນາມ, ນຳໜ້າມີການປະກອບສ່ວນຢ່າງຕັ້ງໜ້າ, ສະແດງໃຫ້ເຫັນແຈ້ງບົດບາດຂອງປະເທດເປັນປະທານ APEC ປີນີ້. ກ່າວຄຳເຫັນທີ່ກອງປະຊຸມຫົວເລື່ອງ ສະເພາະກ່ຽວກັບຄູ່ຮ່ວມມືພັດທະນາວິສາຫະກິດ APEC - ການາດາ (ABACx), ໃນບົດບາດປະທານ ABAC ຫວຽດນາມ, ທ່ານ ຮ່ວາງວັນຢູ້ງ ເນັ້ນໜັກເຖິງບັນດາການກະທົບໃຫຍ່ຫຼວງຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ຕາມທ່ານແລ້ວ, ການປະຕິວັດນີ້ນຳມາເຊິ່ງບັນດາກາລະໂອກາດໃຫຍ່ຫຼວງໃຫ້ບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດນ້ອຍທີ່ສຸດ, ນ້ອຍ ແລະ ປານກາງ (MSME). ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ຮ່ວາງວັນຢູ້ງແລ້ວ, ປະຈຸບັນ ພວມມີບັນດາສິ່ງກີດຂວາງຕໍ່ບັນດາ MSME ສຳພັດກັບບັນດາກາລະໂອກາດດັ່ງກ່າວ. ດັ່ງນັ້ນ, ABAC ຮຽກຮ້ອງໃຫ້ສ້າງຂອບເຂດນະໂຍບາຍການຄ້າເອເລັກໂຕນິກກ້າວໜ້າໃນທົ່ວ APEC ເພື່ອເພີ່ມທະວີກຳລັງຄວາມສາມາດສຳພັດ ແລະ ໝູນໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ບັນດາວິສາຫະກິດຢ່າງມີປະສິດທິຜົນ.

ຕອບກັບ