ຫວຽດນາມ ນອນໃນກຸ່ມ 15 ປະເທດສົ່ງອອກຜະລິດຕະພັນກະເສດໃຫຍ່ທີ່ສຸດໃນໂລກ

Chia sẻ
(VOVWORLD) - ຫວຽດນາມ ມີບົດບາດສຳຄັນໃນລະບົບມູນຄ່າ ແລະ ແມ່ນປະເທດຕັ້ງໜ້າເຂົ້າຮ່ວມໃນລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ.
ຫວຽດນາມ ນອນໃນກຸ່ມ 15 ປະເທດສົ່ງອອກຜະລິດຕະພັນກະເສດໃຫຍ່ທີ່ສຸດໃນໂລກ - ảnh 1(ພາບປະກອບ)

        ຕອນບ່າຍວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດກອງປະຊຸມ “ຊຸກຍູ້ໂອກາດຮ່ວມມືໃນຂົງເຂດກະສິກຳ”, ດ້ວຍການເຂົ້າຮ່ວມຂອງທູດການຄ້າ ແລະ ກະສິກຳຂອງບາງປະເທດທີ່ມີພື້ນຖານກະສິກຳພັດທະນາໃນໂລກ.

        ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ, ຫວຽດນາມ ນອນໃນກຸ່ມ 15 ປະເທດສົ່ງອອກຜະລິດຕະພັນກະເສດໃຫຍ່ທີ່ສຸດໃນໂລກ ແລະ ຢືນອັບດັບທີ 2 ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ມີບົດບາດສຳຄັນໃນລະບົບມູນຄ່າ ແລະ ແມ່ນປະເທດຕັ້ງໜ້າເຂົ້າຮ່ວມໃນລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ. ປະຈຸບັນ, ການເຕີບໂຕ GDP ໃນຂະແໜງກະສິກຳພວມກວມເອົາ 12% ຍອດ GDP ຂອງພື້ນຖານເສດຖະກິດ, ດ້ວຍພົນລະເມືອງກວ່າ 60% ທີ່ພວມດຳລົງຊິວິດຢູ່ເຂດຊົນນະບົດ. ທ່ານ ເລມິງຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ເນັ້ນໜັກວ່າ:

        “ຫວຽດນາມ ປາດຖະໜາຢາກຊຸກຍູ້ເສດຖະກິດເວົ້າລວມ, ໃນນັ້ນມີເສດຖະກິດກະສິກຳ. ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນໃນຂົງເຂດກະສິກຳ, ກໍຄືຊອກຫາການຮ່ວມມືໃນໄລຍະຈະມາເຖິງ. ໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດແມ່ນຫຼາຍຢູ່, ແຕ່ເພື່ອຫັນໂອກາດນັ້ນໃຫ້ປະກົດຜົນເປັນຈິງ ຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືສາກົນ”.

ຕອບກັບ