ຫວຽດນາມ ຍົກອອກທັດສະນະທີ່ວາລະປະຊຸມພິເສດກ່ຽວກັບສະພາບການ ມຽນມາ

Chia sẻ
(VOVWORLD) - ອີງຕາມການສະເໜີຂອງສະຫະພາບ ເອີຣົບ (ອີຢູ) ແລະ ລາຊະອານາຈັກ ອັງກິດ ກ່ຽວກັບສະພາບການສິດທິມະນຸດຢູ່ ມຽນມາ ພາຍຫລັງສະພາບຜັນແປໃນໄລຍະມໍ່ໆມານີ້ຢູ່ປະເທດອາຊີຕາເວັນອອກນີ້, 
ຫວຽດນາມ ຍົກອອກທັດສະນະທີ່ວາລະປະຊຸມພິເສດກ່ຽວກັບສະພາບການ ມຽນມາ - ảnh 1ສະພາບຜັນແປໃນໄລຍະມໍ່ໆມານີ້ຢູ່ປະເທດ ມຽນມາ ພາບ: AFP/TTXVN

  ທ້າຍອາທິດຜ່ານມາ, ສະພາສິດທິມະນຸດສະຫະປະຊາຊາດຢູ່ ເຊີແນວ ໄດ້ດຳເນີນວາລະປະຊຸມພິເສດຄັ້ງທີ 29 ຕາມຮູບການທາງອອນລາຍ. ທ່ານນາງ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ ເຊີແນວ ໄດ້ກ່າວຄຳເຫັນຍົກອອກທັດສະນະຂອງ ຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ຢັ້ງຢືນແມ່ນປະເທດໃນພາກພື້ນ ແລະ ກໍ່ແມ່ນສະມາຊິກ ອາຊຽນ, ຫວຽດນາມ ຈະຕິດຕາມບັນດາການຜັນແປຢູ່ ມຽນມາ ຢ່າງໃກ້ຊິດ ແລະ ຫວັງວ່າ ມຽນມາ ຈະສ້າງສະພາບເປັນປົກກະຕິໂດຍໄວ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ເພື່ອສັນຕິພາບ, ສະຖຽນລະພາບ ກໍ່ຄືການຮ່ວມມືໃນພາກພື້ນ, ສືບຕໍ່ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງປະຊາຄົມ ອາຊຽນ.

ຕອບກັບ