ຫວຽດນາມ ຄັດຄ້ານທຸກໆການກະທຳລະເມີດອະທິປະໄຕຜືນແຜ່ນດິນຢ່າງເດັດຂາດ

Chia sẻ

ຫວຽດນາມ ຄັດຄ້ານ​ທຸກໆ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢ່າງ​ເດັດຂາດ

ຫວຽດນາມ ຄັດຄ້ານທຸກໆການກະທຳລະເມີດອະທິປະໄຕຜືນແຜ່ນດິນຢ່າງເດັດຂາດ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ແທງ​ຫງີ້

 (vovworld) - ວັນ​ທີ 7/3, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ​​ເລື່ອ​ງຫວ່າງ​ແລ້ວ​ນີ້ ຈີນ ​ໄດ້​ສົ່ງ​ກຳ​ປັ່ນ​ລາດ​ຕາ​ເວັນ​ລຳ​ໜຶ່ງ​ ​ໄປ​ລາດ​ຕາ​ເວັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ນັ້ນ ມີ​​ໝູ່​ເກາະ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ແທງ​ຫງີ້ ​ໄດ້​ຊີ້​ແຈງ​ອີກ​ເທື່ອ​ໜຶ່ງວ່າ:

“ຫວຽດນາມ ຢັ້ງຢືນ​ອະທິປະ​ໄຕ​ທີ່​ມ​ີຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທຸກໆ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ບໍລິ​ເວນ​ນີ​ເຊິ່ງບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ ຫວຽດນາມ ​ແມ່ນ​ການລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ​ແລະ ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ຢ່າງ​ເດັດຂາດ”

ທີ່​ການ​ປະຊຸມ​ຂ່າວ, ທ່ານ ​ເລືອ​ງ​ແທງ​ຫງີ້ ກໍ່​ໄດ້​ແຈ້ງ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຕົ້ນ​ຕໍ່ຈຳນວນ​ໜຶ່ງ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເປັນ​ໜ້າ​ສົນ​ໃນ​ນັ້ນ​ແມ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງ​ທີ 6 (ຫຼື CLMV 6) ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ ​ແມ່​ນ້ຳ 3 ລຳ ​ແມ່ນ: Ayayewady – Chao Phraya – Mekong ຄັ້ງ​ທີ 5 (ຫຼື ACMECS 5) ຢູ່​ນະຄອນຫຼວງ ວຽງ​ຈັນ ປະ​ເທດ​ລາວ ​ແຕ່​ວັນ​ທີ 12 – 15/3/2013. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຈະ​ໄປ​ຢ້ຽມຢາມ, ​ເຮັ​ດວຽກ​ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 7.