ຫລາຍອົງການ, ວິສາຫະກິດຮ່ວມແຮງຮ່ວມໃຈຫນູນຊ່ວຍເພື່ອປ້ອງກັນ ຄວບຄຸມ Covid-19

Chia sẻ
(VOVWORLD) -ໂດຍຕອບສະຫນອງຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີປຸກລະດົມທົ່ວປວງຊົນສະຫນັບສະຫນູນເພື່ອປ້ອງກັນ ຄວບຄຸມ Covid-19 ໃນວັນທີ 17 ມີນາ, 
ຫລາຍອົງການ, ວິສາຫະກິດຮ່ວມແຮງຮ່ວມໃຈຫນູນຊ່ວຍເພື່ອປ້ອງກັນ ຄວບຄຸມ Covid-19 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີປຸກລະດົມ 

ມາຮອດປະຈຸບັນ ມີ 17 ຫົວຫນ່ວຍຈົດທະບຽນ ສະຫນັບສະຫນູນດ້ວຍຈຳນວນເງິນກວ່າ 235 ຕື້ດົ່ງ (ປະມານ 10 ລ້ານ USD) ,  ໃນນັ້ນ ທົ່ວຂະແຫນງທະນາຄານ ສະຫນັບສະຫນູນ ປະມານ 6 ລ້ານ USD. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ແນວໂຮມປະເທດຊາດ ຈະນຳໃຊ້ແຫລ່ງເງິນບໍລິຈາກດັ່ງກ່າວໃຫ້ມີປະສິດທິຜົນ.

“ນີ້ແມ່ນຈຳນວນເງິນອັນໃຫຍ່ຫລວງເພື່ອຫນູນຊ່ວຍພະນັກງານການແພດ, ແພດໝໍ, ທ່ານໝໍປິ່ນປົວໂດຍກົງໃຫ້ຜູ້ຕິດ Covid-19 ຫລືເຮັດວຽກຢູ່ເຂດແຍກຕົວ ກໍ່ຄືຊ່ວຍຊື້ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ ຄວບຄຸມເຊື້ອພະຍາດ Covid-19. ນອກນັ້ນ ແມ່ນຊ່ວຍເຫລືອຄອບຄົວປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກ ເຊື້ອພະຍາດດັ່ງກ່າວ.”

 

ຕອບກັບ