ສ້າງຄວາມເຫັນດີເຫັນພ້ອມໃນການຕໍ່ສູ້ລົບລ້າງສາສະຫນາ“ຮ່າມ່ອນໂດຍກຸ່ມຄົນຫນຶ່ງສ້າງເອງ

Chia sẻ
(vovworld)- ວັນ​ທີ 21/8, ຢູ່​ນະຄອນ​ ກອນ​ຕູມ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ແລະ ກະຊວງ​ຕຳຫລວດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ....

(vovworld)- ວັນ​ທີ 21/8, ຢູ່​ນະຄອນ​ ກອນ​ຕູມ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ແລະ ກະຊວງ​ຕຳຫລວດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ​ກ່ຽວ​ກັບ​ວຽກ​ງານ​ສຳລັບ​ສາສະຫນາ“ຮ່າ​ມ່ອນ”​ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ​. ດ້ວຍ​ບົດ​ປະກອບ​ຄຳ​ເຫັນ​ກວ່າ 60 ບົດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຊີ້​ແຈງ: ສາສະຫນາ“ຮ່າ​ມ່ອນ”​ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ ​ແມ່ນ​ໄປ​ຝືນ​ກັບ​ການ​ເຊື່ອ​ຖື​ສາສະຫນາ​ທົ່ວ​ໄປ, ​​ໄດ້​ມີ​ການລະ​ເມີດ​ກົດໝາຍ ​ແລະ ຖືກ​ບັນດາອິດທິກຳລັງທີ່​ເປັນ​ປໍ​ລະ​ປັກ​ພາຍ​ນອກ​ສວຍ​ໃຊ້​ເພື່ອ​ຈຸດປະສົງ​ດ້ານການ​ເມືອງ, ​ແບ່ງ​ແຍກ​ຄວາມ​ສາມັກຄີ​ໃນ​ວົງ​ຄະນາ​ຍາດ​ຊົນ​ເຜົ່າ, ລະຫວ່າງ​ປະຊາຊົນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ບໍລິ​ເວນ ​ໄຕ​ງວຽນ. ທ່ານ ຫງວຽນ​ວັນ​ຮຸ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ຖື​ວ່າ: ​ເພື່ອ​ຕໍ່ສູ້​ລົບ​ລ້າງ​ສາສະຫນາຮ່າ​ມ່ອນ​ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ ພ້ອມ​ກັບ​ການ​ຕໍ່ສູ້, ​ປັບ​ໄຫມ​ລົງ​ໂທດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍແລ້ວ, ຄວນ​ຂົນຂວາຍ, ສຶກສາ​, ​ໄກ່​ເກ​່ຍ, ອົບ​ຮົບ​ໃຫ້​​ເຂົາ​ເຈົ້າປ່ຽນ​​ແນວ​ຄວາມ​ຄິດ​ແມ່ນ​ວຽກ​ງານ​ຕົ້ນຕໍ. ທ່ານ ຫງວຽນ​ວັນ​ຮຸ່ງ​ໃຫ້​ຮູ້​ວ່າ:

         “​ແຂວງ ກອນ​ຕູມ ​ໄດ້​ສ້າງ​ບັນດາ​ແຜນການ​ລະອຽດ ​ໃນ​ການ​ຊີ້​ນຳ​ໃຫ້ທຸກ​ຂັ້ນ, ຂະ​ແຫນງ​ການ ​ແລະ ຂົນຂວາຍ​ໝູ່​ມະຫາຊົນ​ເພື່ອ​ລົບ​ລ້າງ​ສາສະຫນາ​ຮ່າ​ມ່ອນ​ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ​ໃນ​ບໍລິ​ເວນ​ແຂວງ​ຢ່າງ​ເດັດຂາດ. ພວກ​ຂ້າພະ​ເຈົ້າ​ຂົນຂວາຍ​ປະຊາຊົນ​ບໍ່​ຄວນເຊື່ອ​ຖືສາສະຫນາ ​ແລະ​ສົມທົບ​ກັບ​ສາສະຫນາ​ອື່ນ​ເພື່ອ​ຊ່ວຍ​ປະຊາຊົນ​ກັບ​ຄືນສູ່​ດຳ​ເນີນຊີວິດ​ ເປັນ​ປົກກະຕິໃນ​ວົງ​ຄະນາ​ຍາດ​.”

ສ້າງຄວາມເຫັນດີເຫັນພ້ອມໃນການຕໍ່ສູ້ລົບລ້າງສາສະຫນາ“ຮ່າມ່ອນໂດຍກຸ່ມຄົນຫນຶ່ງສ້າງເອງ - ảnh 1
ການພິພາກສາບັນດາຜູ້ເຜີຍແຜ່ສາສະຫນາ“ຮ່າ​ມ່ອນ”​
ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ​ທີ່ຜິດກົດໝາຍ

        ກ່າວຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ​ສຳ​ມະ​ນາ, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫລວດ​, ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ຢືນ​ຢັນ​ວ່າ: ວຽກ​ງານ​ຕໍ່ສູ້​ລົບ​ລ້າງ​ສາສະຫນາ​ຮ່າ​ມ່ອນ​​ໂດຍ​ກຸ່ມ​ຄົນ​ຫນຶ່ງ​ສ້າງ​ເອງ​ໃນ​ບໍລິ​ເວນ​​ເຂດ​ໄຕ​ງວຽນ ພຽງ​ແຕ່​ສຳ​ເລັດ​ຜົນ​ເມື່ອ​ເສີມ​ຂະຫຍາຍ​ໄດ້​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ລະບົບ​ການ​ເມືອງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ໝູ່​ປະຊາຊົນ​ໃນ​ການ​ຕໍ່ສູ້​ລົບ​ລ້າງ​ສາສະຫນາ​ດັ່ງກ່າວ.