ສະເຫຼີມສະຫຼອງ 69 ປີ ແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນ ຫວຽດນາມ ຢູ່ກຳປູເຈຍ

Chia sẻ
(vovworld) – ພົນ​ເອກ El Vansarath, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ມາ​ຍັງ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ເສຍສະຫຼະ​ຊີວິດ​ເມື່ອ​ປະຕິບັດ​ໜ້າ​ທີ່​ສາກົນ
ສະເຫຼີມສະຫຼອງ 69 ປີ ແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນ ຫວຽດນາມ ຢູ່ກຳປູເຈຍ - ảnh 1
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ວາງພວງມາລາຢູ່ອະນຸສາວະລີ

(vovworld) – ວັນ​ທີ 20/12, ສະຖານທູດ ​ແລະ ຫ້ອງການ​ທູດການ​ທະຫານ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້​ສົມທົບກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ​ແລະ ກອງທັບ​ລາຊະ​ອານາຈັກ ກຳປູ​ເຈຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2013).

    ທີ່​ອະນຸສາ​ວາລີ​ທະຫານ​ອາສາ​ສະໝັກ ຫວຽດນາມ ຢູ່​ນະຄອນຫຼວງ ພະນົມ​ເປັນ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ລວມມີ​ພະນັກງານ, ລັດຖະກອນ​ສະຖານທູ​ດ, ທູດ​ການ​ທະຫານ, ພ້ອມ​ກັບ​ບັນດາ​ອົງການ​ຕ່າງ​ໜ້າ​ຂອງ ຫວຽດນາມ, ວິ​ສາ​ຫະກິດ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ພ້ອມ​ກັນ ອາ​ໄລ​ຫາ​​ບັນດາ​ນັກຮົບ​ອາ​ສາ​ສະ​ໝັກ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອຊາດໃນ​ເຂດ​ດິນ​​ແດນ​ແຫ່ງ​ວັດວາ​ອາ​ຮາມ ຜ່ານ​ໄລຍະ​ປະຕິວັດ​ຕ່າງໆ, ພິ​ເສດ​ແມ່ນ​ໄລຍະ​ຊ່ວຍ​ປະຊາຊົນ​ກຳປູ​ເຈຍ​ຕໍ່ສູ້​ຕ້ານ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Polpot.

    ຕາງໜ້າ​ໃຫ້ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ເອກ El Vansarath, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ມາ​ຍັງ​ກອງທັບ​ປະຊາຊົນ ຫວຽດນາມ ທີ່​ໄດ້​ເສຍສະຫຼະ​ຊີວິດ​ເມື່ອ​ປະຕິບັດພັນທະ​ສາກົນ, ຊ່ວຍ​ປົດ​ປ່ອຍປະ​ຊາ​ຊົນ ກຳປູ​ເຈຍ ອອກ​ຈາກ​ໄພພິບັດ​ດັບ​ສູນ​​ເຊື້ອ​ຊາດ. ພົນ​ເອກ El Vansarath ຢັ້ງຢືນ​ວ່າ: ກອງທັບ 2 ປະ​ເທດ​ມີ​ມູນ​ເຊື້ອ​ສາມັກຄີ​ມາ​ແຕ່​ດົນ​ນານ ​ແລະ ກອງທັບ ກຳປູ​ເຈຍ ຕັດສິນ​ໃຈ​ຮັກສາ​ການ​ພົວພັນ​ສາມັກຄີ​ກັບ​ກອງທັບ ຫວຽດນາມ.