ສະເຫຼີມສະຫຼອງ 32 ປີແຫ່ງວັນສະບຽງອາຫານໂລກ

Chia sẻ
ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ​ໄດ້​ສົມທົບ​ກັບ​ອົງ​ການ​ອາຫານ ​ແລະ ກະ​ເສດ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ​ຈັດ​ຕັ້ງສະ​ເຫຼີມສະຫຼອງ 32 ປີ​ແຫ່ງ​ວັນສະບຽງ​ອາຫານ​ໂລກ
ສະເຫຼີມສະຫຼອງ 32 ປີແຫ່ງວັນສະບຽງອາຫານໂລກ - ảnh 1
ທີ່ພິທີ​ສະ​ເຫຼີ​ມສະຫຼອງ 32 ປີ​ແຫ່ງ​ວັນສະບຽງ​ອາຫານ​ໂລກ
(ພາບ: baomoi.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 12/10, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ ​ໄດ້​ສົມທົບ​ກັບ​ອົງ​ການ​ອາຫານ ​ແລະ ກະ​ເສດ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ​ຈັດ​ຕັ້ງສະ​ເຫຼີມສະຫຼອງ 32 ປີ​ແຫ່ງ​ວັນສະບຽງ​ອາຫານ​ໂລກ (12/10) ດ້ວຍ​ຫົວ​ຂໍ້​ວ່າ “ສະຫະກອນ​ກະສິກຳ: ມາດ​ຕະການ​ລ້ຽງ​ຊີບ​ຊາວໂລກ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ Bui Ba Bong ຊີ້​ແຈ້ງວ່າ: ຂະ​ແໜງ​ກະສິກຳ​ມທີ່​ຕັ້ງ​ບົດບາດສຳຄັນ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານສະບຽງ​ອາຫານ​ແຫ່ງ​ຊາດ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຫັນ​​ປະ​ເທດຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ 10 ປີ​ໄລຍະ 2011 – 2020, ຫວຽດນາມ ພວມ​ສ້າງໂຄງ​ປະກອບ​ພື້ນຖານ​ກະສິກຳ​ຄືນ​ໃໝ່​ຢ່າງ​ຕັ້ງໜ້າ, ​ໃນ​ນັ້ນ​ສຸມ​ໃສ່​ການໜູນ​ຊ່ວຍ​ບັນດາ​ສະຫະກອນ​ພັດທະນາ​ຍົກ​ສູງ​ປະສິດທິ​ຜົນ​ປ​ະກອບ​ສ່ວນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ. ທ່ານ​ຮອງ​ລັດຖະມົນຕີ Bui Ba Bong ​ເນັ້ນ​ໜັກ​ວ່າ.

        “​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ນີ້​ໃຫ້​ສຳ​ເລັດ​ຜົນ, ຕ້ອງ​ປັບປຸງ​ບັນດາ​ສະຫະກອນ​ກະສິກຳ, ​ໄປ​ຄຽງ​ຄູ່ກັບ​ເລື່ອງ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໄໝ່ຕາມ​ທິດ​ຮ່ວມ​ສຳພັນ​ຊາວ​ກະສິກອນ ​ແລະ ວິ​ສາ​ຫະກິດ ຮ່ວມ​ສຳພັນ​ລະຫວ່າງ​ການ​ຜະລິດ ​ແລະ ຕະຫຼາດ​ຄື​ຮູບ​ແບບ​ທົ່ງ​ນາກ​ວ້າງ​ໃຫຍ່ ​ເຊິ່ງພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຄື​ປະຈຸ​ບັນ ​ແລະ ບັນດາ​ຮູບ​ແບບ​ອື່ນ​ເພື່ອ​​ໃຫ້ຊາວ​ກະສິກອນ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ”.