ສະຫະປະຊາຊາດຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ

Chia sẻ
(VOVWORLD) - ທ່ານ Nickolay Mladenov ທູດພິເສດສະຫະປະຊາຊາດກ່ຽວກັບສະພາບການຕາເວັນອອກກາງໄດ້ຮຽກຮ້ອງໃຫ້ຢຸດຕິການປະທະກັນລະຫວ່າງບັນດາກຸ່ມກຳລັງປະກອບອາວຸດ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ອິດສະລາແອັນ ພວມມີຄວາມສ່ຽງປີນຂັ້ນໄດຢ່າງຮ້າຍແຮງ. 
ສະຫະປະຊາຊາດຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ - ảnh 1ສະຫະປະຊາຊາດຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ (ພາບ: AFP/TTXVN) 

ຕາມການຄັດສະເໜີໃນສື່ສັງຄົມໃນວັນທີ 05 ພຶດສະພາ, ທ່ານ Nickolay Mladenov ເນັ້ນໜັກວ່າ ເກີດມີການເສຍຊີວິດຂອງຊາວ ປາແລັດສະຕິນ ແລະ ອິດສະລາແອັນ, ເຮືອນຊານຖືກເປ່ເພ ແລະ ຖືກທຳລາຍມ້າງເປັນຈຳນວນຫລວງຫລາຍ.

        ການປະທະກັນທີ່ປີນຂັ້ນໄດແຕ່ວັນທີ 04 ພຶດສະພາ ເມື່ອມີບັນດາລູກຈະຫລວດຍິງຈາກເຂດ ກາຊາ ແນໃສ່ບາງເຂດຢູ່ພາກໃຕ້ ອິດສະລາແອັນ, ພາຍຫລັງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ 4 ຄົນ, ລວມມີຜູ້ແຫ່ຂະບວນປະທ້ວງ 2 ຄົນ ແລະ ມືປືນ 2 ຄົນຖືກເສຍຊີວິດຍ້ອນບັນດາການປະທະກັນກັບຝ່າຍ ອິດສະລາແອັນ.

        ອິດສະລາແອັນ ກໍ່ດຳເນີນບັນດາການບຸກໂຈມຕີໂຕ້ຕອບ ຍິງຖືກປະມານ 200 ເປົ້າໝາຍ ເຊິ່ງຂຶ້ນກັບຂະບວນການອິດສະລາມອາວຸດ Hamas ປັດຈຸບັນພວມຄວບຄຸມເຂດ ກາຊາ ແລະ ກຸ່ມອິດສະລາມ Jihad ຢູ່ເຂດແຄ້ວນນີ້. ການປະທະກັນເຮັດໃຫ້ຝ່າຍ ປາແລັດສະຕິນມີໜ້ອຍສຸດ 12 ຄົນເສຍຊີວິດ, ເກືອບ 50 ຄົນຖືກຮັບບາດເຈັບ ໃນຂະນະນັ້ນ ອິດສະລາແອັນ ມີ 3 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຮັບບາດເຈັບ.

ຕອບກັບ