ພວກກະບົດ Houthi (ພາບ: AFP/TTXVN) |
ສະຫະປະຊາຊາດໃຫ້ຮູ້ວ່າ: ພວກກະບົດ Houthi ປະຕິບັດການຖອນກຳລັງອອກຈາກບັນດາທ່າກ່ຳປັ່ນ Hodeida, Salif ແລະ Ras-Issa ມື້ທຳອິດຖືກຕາມແຜນການທີ່ໄດ້ວາງອອກ. ສະຫະປະຊາຊາດເນັ້ນໜັກວ່າ ຖັນແຖວພະນັກງານຂອງອົງການນີ້ ໄດ້ຕິດຕາມກວດກາຢູ່ທັງ 3 ທ່າກ່ຳປັ່ນດັ່ງກ່າວ ເມື່ອພວກກະບົດ Houthi ຖອນກຳລັງ ແລະ ກຳລັງປ້ອງກັນຝັ່ງທະເລ ເຢແມນ ສືບຕໍ່ຮັບເອົາໜ້າທີ່ປ້ອງກັນຄວາມສະຫງົບ.